ອາເມລິກາຖືວ່າ:ເລື່ອງຈີນຳຮ້ານເຈາະນ້ຳມັນເຂົ້າທະເລຕາເວັນອອກແມ່ນການກະທຳກໍ່ຄວາມຂາດສະຖຽນລະພາບ

ອາເມລິກາຖືວ່າ:ເລື່ອງຈີນຳຮ້ານເຈາະນ້ຳມັນເຂົ້າທະເລຕາເວັນອອກແມ່ນການກະທຳກໍ່ຄວາມຂາດສະຖຽນລະພາບ - ảnh 1
ພາບປະກອບ

(vovworld) – ​ເລື່ອງ ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981 ​ເຂົ້າ​ເຂດ​ທະ​ເລ​ຕາ​ເວັນ​ອອກ, ທີ່​ຂຶ້ນ​ກັບ​ເຂດ​ນ່ານທະ​ເລ​ຫວຽດນາມ, ​ແມ່ນ​ການ​ກະທຳ​ມີ​ລັກສະນະ​ເກາະ​ຜິດ​ ​ແລະ ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ກ່າ​ວຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 6/5 ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢູ່ ວໍ​ຊິງ​ຕັນ, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ທ່ານ​ນາງ Jen Psaki, ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ​ໄດ້ ​ແລ​ະ ພວມ​ພິຈາລະນາ​ຢ່າງ​ເຂັມ​ງວດ​ເຫດການ​ນີ້. ທ່ານ​ນາງ​ກ່າວ​ວ່າ:

    “ຕໍ່ໜ້າ​ຄວາມ​ເຄັ່ງ​ຕຶງ​​​ນີ້ຢູ່​ທະ​ເລ​ຕາ​ເວັນ​ອອກ, ຂໍ້​ຕົກລົງ​ຂອງ ຈີນ ​ໃນ​ການ​ນຳ​ໃຊ້ຮ້ານ​ເຈາະ​ນ້ຳມັນ​ແມ່ນ​ມີ​ລັກສະນະ​ເກາະ​ຜິດ ​ແລະ ບໍ່​ມີ​ຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ບັນດາ​ເຫດການ​ຄື​ແນວ​ນັ້ນ​ສະ​ແດງໃຫ້​ເຫັນ​ວ່າ: ບັນດາ​ຝ່າຍ​ທີ່​ຮຽກຮ້ອງ​​ອະ​ທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຄວນ​ເຮັດ​​ແຈ້ງຄຳ​ຮຽກຮ້ອງ​​ຂອງ​ຕົນ​ໂດຍ​ອີງ​​ໃສ່​ກົດໝາຍສາກົນ.”

    ທ່ານ​ນາງ​ໂຄສົກ Jen Psaki ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ບໍ່​ທັນ​ຮັບ​ຮູ້​ເລື່ອງ ຈີນ ນຳຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຂດ​ພິດ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນການ​ກະທຳ​ປະຕິກິລິຍາ​ທີ່​ມີ​ຕໍ່​ການ​ຢ້ຽມຢາມ​ຂອງ​ທ່ານ​ປະ​ນາ​ທາ​ທິບໍດີ Barack Obama ​​​ເຖິງ​ບັນດາ​ປະ​ເທດ​ອາຊີ ​​ຫວ່າງ​ແລ້ວ​ນີ້ ຫຼື​ບໍ່. ​ໃນ​ການ​ຢ້ຽມຢາມ ອາຊີ ຜ່ານ​ມາ, ທ່ານ​ປະທານາທິບໍດີ Obama ​ໄດ້​ອອກສຽງ​ຮຽກຮ້ອງ ຈີນ ວ່າ: ໃນ​ບັນດາ​ການ​ກະທຳ​ທັງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕູ​ງ ຕ້ອງ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​.


ຂ່າວ/ບົດ​ອື່ນ