ອາເມລິກາຖອນອອກຈາກ INF:ຫລາຍປະເທດຮຽກຮ້ອງກູ້ເອົາສົນທິສັນຍາ

(VOVWORLD) -ວັນທີ 2 ກຸມພາ, ທ່ານ Andej Babis ນາຍົກລັດຖະມົນຕີ ເຊັກໂກ ສະແດງຄວາມເສຍດາຍຕໍ່ເລື່ອງ ອາເມລິກາ ຖອນອອກຈາກ INF ພາຍຫລັງກ່າວຫາ ລັດເຊຍ ລະເມີດສົນທິສັນຍານີ້

ອາເມລິກາຖອນອອກຈາກ INF:ຫລາຍປະເທດຮຽກຮ້ອງກູ້ເອົາສົນທິສັນຍາ - ảnh 1ລູກສອນໄຟຂອງກອງທັບ ອາເມລິກາ (ພາບ:ເອກະສານ)

ພາບ:vietnam+

ໃນວັນດຽວກັນ ລັດຖະມົນຕີການຕ່າງປະເທດ ແຟງລັງ ໄດ້ຢືນຢັນ: ສົນທິສັນຍາ INF ແມ່ນຂໍ້ຕົກລົງກວດກາອາວຸດ ຢ່າງສຳເລັດຜົນ ພ້ອມທັງຮຽກຮ້ອງ ລັດເຊຍ ແລະ ອາເມລິກາ ສືບຕໍ່ການເຈລະຈາກ່ຽວກັບຄວາມສະຖຽນລະພາບຍຸດທະສາດ. ສ່ວນ Latvia ສະມາຊິກຫນຶ່ງຂອງ NATO ກໍ່ຮຽກຮ້ອງ ມົດສະກູ ຍົກອອກບັນດາມາດຕະການມີລັກສະນະສ້າງສັນ ເພື່ອກູ້ເອົາສົນທິສັນຍາດັ່ງກ່າວ.

ໃນວັນດຽວກັນ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ໃຫ້ຮູ້ວ່າ ລັດຖະບານເຢຍລະມັນຈະນຳໃຊ້ໄລຍະເວລາປະກາດແມ່ນ 6 ເດືອນ ເພື່ອສືບຕໍ່ຮັກສາບັນດາການເຈລະຈາກັບລັດເຊຍ ກ່ຽວກັບສົນທິສັນຍາ INF.

ຕອບກັບ

ຂ່າວ/ບົດ​ອື່ນ