ອາເມລິກາຖະແຫຼງພຽງຍົກອອກຂໍ້ຕົກລົງກ່ຽວກັບເຮືອບິນຍີ່ຫໍ້ Boeing 737 Max ເມື່ອມີຫຼັກຖານຕື່ມອີກ

(VOVWORLD) -ໃນຈົດໝາຍສົ່ງເຖິງສຳນັກຂ່າວສານຝລັ່ງ AFP, ວັນທີ 12 ມີນາ, ໂຄສົກອົງການບໍລິສັດການບິນສະຫະລັດອາເມລິກາ (FAA) ທ່ານ Lynn Lunsford ຢືນຢັນວ່າ

ອາເມລິກາຖະແຫຼງພຽງຍົກອອກຂໍ້ຕົກລົງກ່ຽວກັບເຮືອບິນຍີ່ຫໍ້ Boeing 737 Max ເມື່ອມີຫຼັກຖານຕື່ມອີກ - ảnh 1

 ເຮືອບິນຖືກອຸບັດຕິເຫດຕົກຢູ່ Ethiopia

(ພາບ: AFP/TTXVN)

ຈະສືບຕໍ່ເຂົ້າຮ່ວມການສືບສວນເຫດເຮືອບິນຖືກອຸບັດຕິເຫດຕົກຢູ່ Ethiopia ແລະ ຈະຍົກອອກຂໍ້ຕົກລົງກ່ຽວກັບບັນດາບາດກ້າວຕໍ່ໄປ ໂດຍອີງໃສ່ຫຼັກຖານທີ່ໂຮມມາໄດ້. ປະຈຸບັນ FAA ໄດ້ສົ່ງກຸ່ມໜຶ່ງໄປຍັງ Ethiopia ເພື່ອສົມທົບກັນສືບສວນ.

        ໃນຖະແຫຼງການເຊິ່ງໄດ້ຍົກອອກມາກ່ອນໜ້ານັ້ນ 1 ວັນ, FAA ໃຫ້ຄຳໝັ້ນສັນຍາວ່າຈະມີການກະທຳ “ໂດຍທັນທີ ແລະ ຍົກອອກການກະທຳທີ່ເໝາະສົມ” ຖ້າຫາກພົບເຫັນບໍ່ວ່າສິ່ງໃດທີ່ກ່ຽວຂ້ອງເຖິງຄວາມປອດໄພໃນການນຳໃຊ້ເຮືອບິນ Boeing 737 Max. ແຈ້ງການດັ່ງກ່າວຖືກຍົກອອກມາໃນສະພາບມີຄວາມວິຕົກກັງວົນເກີດຂຶ້ນຫຼາຍຢ່າງກ່ຽວກັບຄວາມປອດໄພຂອງເຮືອບິນທີ່ໄດ້ຮັບຖືວ່າ ແມ່ນຫຼັກແຫຼ່ງຂອງ Boeing ພາຍຫຼັງເຮືອບິນ Boeing 737 Max ຂອງ Ethiopian Airlines ຖືກຕົກພາຍຫຼັງບິນຂຶ້ນເປັນເວລາບໍ່ດົນ.

        ພາຍຫຼັງເຮືອບິນ Boeing 737 Max ເກີດອຸບັດຕິເຫດຕົກ, ຫຼາຍປະເທດ ແລະ ບໍລິສັດການບິນບາງແຫ່ງໃນໂລກໄດ້ຕົກລົງຢຸດຕິການນຳໃຊ້ເຮືອບິນດັ່ງກ່າວ.

        ໃນຖະແຫຼງການຫຼ້າສຸດ, ເຢຍລະມັນ ໄດ້ຫ້າມບໍ່ໃຫ້ເຮືອບິນ Boeing 737 Max8 ບິນຢູ່ເຂດນ່ານຟ້າຂອງຕົນ ແລະ ຫຼາຍປະເທດກໍ່ໄດ້ມີຂໍ້ຫ້າມເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ