ອາ​ເມ​ລິ​ການາບ​ຂູ່​ບັນ​ດາ​ປະ​ເທດ​ບໍ່​ປະ​ຕິ​ບັດ​ຄຳ​ສັ່ງ​ລົງ​ໂທດ​ອີ​ຣານ

(VOVWORLD) - ຕາມແຜນການ, ໃນອະທິດນີ້, ICJ (ສຳນັກງານຢູ່ໂຮນລັງ) ຈະພິຈາລະນາບັນດາຄຳເຫັນຂອງອີຣານ ແລະ ອາເມລິກາ ກ່ອນທີ່ຈະຕັດສິນວ່າອົງນີ້ມີ ອຳນາດຕັດສິນໃນການແກ້ໄຂບັນຫານີ້ຫຼືບໍ່.

ວັນທີ 20 ກັນຍາ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ຖະແຫຼງບັນດາມາດຕະການລົງໂທດຂອງ ສປຊ ແນໃສ່ອີຣານ, ເຊິ່ງຕາມກຳນົດຈະໝົດອາຍຸໃນເດືອນຕຸລາຈະມາເຖິງ, ພັດມີຜົນສັກສິດຄືນໃໝ່ ແລະ ອາເມລິກາ ຈະຈັດວາງບັນດາຜົນຕາມມາ ຖ້າຫາກວ່າບັນດາສະມາຊິກສປຊ ບໍ່ປະຕິບັດຄຳສັ່ງລົງໂທດ.

ກ່ອນໜ້ານັ້ນ, ໃນວັນທີ 16 ກັນຍາ, ອີຣານ ໄດ້ຮຽກຮ້ອງໃຫ້ສານຍຸຕິທຳສາກົນ (ICJ) ຂອງ ສປຊ ພິຈາລະນາບັນດາຄວາມມານະພະຍາຍາມຂອງເຕເຮຣານ ເພື່ອຕ່າວປີ້ນຄຳສັ່ງລົງໂທດຂອງອາເມລິກາ ທີ່ກ່ຽວຂ້ອງເຖິງບັນຫານິວເຄຼຍຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ