ອາ​ເມ​ລິ​ກາ​ນຳ​ບັນ​ດາ​ທະ​​ນາ​ຄານ​ຢູ່​ຈີນ​ ແລະ UAE ໄດ້​ຊ່ວຍ​ອີ​ຣານ ຫຼີກ​ລ້ຽງ​ຄຳ​ສັ່ງ​ລົງ​ໂທດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ດຳ

(VOVWORLD) -ທ່ານຮອງລັດຖະມົນຕີການເງິນ ອາເມລິກາ Wally Adeyemo ຖືວ່າການໜູນຊ່ວຍນີ້ຄືກັນກັບເຄືອຂ່າຍທະນາຄານເຄື່ອນໄຫວລັບ ທີ່ຊ່ວຍອີຣານ ສ້າງລາຍຮັບເປັນຈຳນວນ ນັບສິບຕື້ USD ຕໍ່ປີ.
ອາ​ເມ​ລິ​ກາ​ນຳ​ບັນ​ດາ​ທະ​​ນາ​ຄານ​ຢູ່​ຈີນ​ ແລະ UAE ໄດ້​ຊ່ວຍ​ອີ​ຣານ ຫຼີກ​ລ້ຽງ​ຄຳ​ສັ່ງ​ລົງ​ໂທດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ດຳ - ảnh 1ທ່ານຮອງລັດຖະມົນຕີການເງິນ ອາເມລິກາ Wally Adeyemo  (ພາບ:  Reuters)

        ວັນທີ 9 ມີນາ, ກະຊວງການເງິນອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດໃສ່ 39 ອົງການສຳນັກງານ, ສ່ວນຫຼາຍຢູ່ ຮົ່ງກົງ (ຈີນ) ແລະ ສະຫະລັດ ເອຣັບບິ ຊາອຸດິ (UAE), ເຊິ່ງໄດ້ຮັບຖືວ່າ ໄດ້ຊ່ວຍອີຣານສຳຜັດກັບລະບົບການເງິນທົ່ວໂລກ. ທ່ານຮອງລັດຖະມົນຕີການເງິນ ອາເມລິກາ Wally Adeyemo ຖືວ່າການໜູນຊ່ວຍນີ້ຄືກັນກັບເຄືອຂ່າຍທະນາຄານເຄື່ອນໄຫວລັບ ທີ່ຊ່ວຍອີຣານ ສ້າງລາຍຮັບເປັນຈຳນວນ ນັບສິບຕື້ USD ຕໍ່ປີ, ແມ່ນສະຖານທີ່ ມີລູກຄ້າຕ່າງປະເທດ  ແລະ ບໍລິສັດນາຍໜ້ານັບສິບແຫ່ງຮ່ວມມືກັນ ຊ່ວຍບັນດາບໍລິສັດ ອີີຣານ ທີ່ຖືກລົງໂທດ ສືບຕໍ່ການພົວພັນຄ້າຂາຍ. ພ້ອມທັງ ທ່ານກໍ່ໃຫ້ຮູ້ວ່າ ການກະທຳຫຼ້າສຸດນີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ໃນການປະຕິບັດບັນດາມາດຕະການລົງໂທດ ແລະ ຄວາມອາດສາມາດທຳລາຍບັນດາເຄືອຂ່າຍການເງິນຕ່າງປະເທດ ເຊິ່ງອີຣານພວມນຳໃຊ້ເພື່ອຟອກ

ຕອບກັບ

ຂ່າວ/ບົດ​ອື່ນ