ອາເມລິກາບໍ່ກີດຂວາງເອີລົບຮ່ວມມືດ້ານການຄ້າກັບອີຣານ

(VOVWORLD) -ອາເມລິກາ ບໍ່ກີດຂວາງເອີລົບຮ່ວມມືດ້ານການຄ້າກັບອີຣານ, ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson ກ່ຽວກັບນະໂຍບາຍການການຕ່າງປະເທດຂອງອາເມລິກາ ກັບອີຣານ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍປະຫວັດສາດ ທີ່ໄດ້ລົງນາມລະຫວ່າງບັນດາປະເທດມະຫາອຳນາດ ກັບເຕເຮຣານ.

ອາເມລິກາບໍ່ກີດຂວາງເອີລົບຮ່ວມມືດ້ານການຄ້າກັບອີຣານ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson

(ພາບປະກອບ: AFP/TTXVN)

ເມື່ອຕອບສຳພາດຕໍ່ໜັງສືພິມ Wall Street Journal ສະບັບອອກວັນທີ 20 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ Tillerson ເນັ້ນໜັກວ່າ, ທ່ານຈະແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບດ້ານການຄ້າຂອງບັນດາປະເທດພັນທະມິດເອີລົບ. ທ່ານໃຫ້ຮູ້ວ່າ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ທຳນຽບຂາວ ບໍ່ຢາກແຊກແຊງເຂົ້າບັນດາຂໍ້ຕົກລົງຮ່ວມມືລະຫວ່າງເອີລົບ ແລະ ອີຣານ, ເມື່ອບັນດາຖະແຫຼງຂອງບັນດາປະເທດເຫຼົ່ານີ້ພັດຢາກ “ ເຮັດສິ່ງທີ່ຕົນເອງມັກ”. ຕາມທ່ານລັດຖະມົນຕີການຕ່າງປະເທດ Tillerson ແລ້ວ, ໃນໄລຍະຜ່ານມາ, ອາເມລິກາ ໄດ້ປຶກສາຫາລືກັບບັນດາຄູ່ຮ່ວມມືເອີລົບ ກ່ຽວກັບບັນດານີ້ບົນພື້ນຖານຄວາມຮັບຮູ້ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ