ອາເມລິກາບໍ່ປະຕິເສດບໍ່ວ່າການຄັດເລືອກໃດໆເພື່ອຮັບມືກັບສປປ.ເກົາຫຼີ

ອາເມລິກາບໍ່ປະຕິເສດບໍ່ວ່າການຄັດເລືອກໃດໆເພື່ອຮັບມືກັບສປປ.ເກົາຫຼີ - ảnh 1
ທ່ານ​ນາງເອ​ກ​ອັກ​ຄະ​ລັດ​ຖ​ະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Nikki Haley
(ພາບ: AFP/TTXVN)


(vovworld) - ​ວັນ​ທີ 08/03, ທ່ານ​ນາງເອ​ກ​ອັກ​ຄະ​ລັດ​ຖ​ະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Nikki Haley ຖະ​ແຫຼງວ່າ ວ​ໍ​ຊິງ​ຕັນ ພວມ​ພິ​ຈາ​ລະ​ຈາ​ວິ​ທີ​ໂຕ້​ຕອບເລື່ອງ​ສ​ປ​ປ.ເກົາ​ຫຼີ ຍິງ​ລູກ​ສອນ​ໄຟ​ຫວ່າງ​ແລ້ວນີ້ ແລະ ບໍ່​ປະ​ຕິ​ເສດບໍ່​ວ່າ​ການ​ຄັດ​ເລືອກ​ໃດໆ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ພາຍ​ຫຼັງ​ກອງ​ປະ​ຊຸມ​ລັບ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ນາງ Nikki Haley ຢືນ​ຢັນ​ວ່າ “ທຸກ​ໆ​ການ​ຄັດ​ເລືອກ​ລ້ວນ​ແຕ່​ໄດ​້​ປຶກ​ສາ​ຫາ​ລື”. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ນາງບໍ່​ໃຫ້​ຮູ້​ບັນ​ດາ​ການ​ຄັດ​ເລືອກນັ້ນ​ແມ່ນ​ຄື​ແນວ​ໃດ.

        ກໍ່​ໃນ​​ການປະ​ຊຸມ​ຂ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Matthew Rycroft ຖື​ວ່າ, ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ​ສ​ປ​ປ.ເກົາ​ຫຼ​ີ ຫວ່າງ​ມໍ່ໆ​ມານີ້ ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ ແລະ ເຮັດ​ໃຫ້​ເກີດ​ໄພ​​ຊ່ວງ​ເສງ​ກັນ​ດ້ານ​ອາ​ວຸດ​ຖືກ​ເພີ່ມ​ຂຶ້ນ.

ຂ່າວ/ບົດ​ອື່ນ