ອາເມລິກາບໍ່ສາມາດກໍ່ກຳລັງດັນກັບລັດເຊຍກ່ຽວກັບຢູແກຼນ

ອາເມລິກາບໍ່ສາມາດກໍ່ກຳລັງດັນກັບລັດເຊຍກ່ຽວກັບຢູແກຼນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin
photo:xaluan.com

(vovworld)-​​ ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຖື​ວ່າ “ການ​ກະ​ທຳ​ເກາະ​ຜິດ​ຂອງ​ລັດ​ເຊຍ ຢູ່ ເອີ​ລົບ” ແມ່ນ​ຫນຶ່ງ​ໃນການ​ນາບ​ຂູ່ຕົ້ນ​ຕໍ 3 ຢ່າງ ຂອງ​ມວນ​ມະ​ນຸດ ແມ່ນ​ການ​ກະ​ທຳ​​ເປັນປໍ​ລະ​ປັກ. ນີ້​ແມ່ນຄຳ​ຖະ​ແຫລງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ “Polittika” ຂອງ  Serbia ໃນ​ວັນ​ທີ 15/10 ກ່ອນ​ທີ່​ທ່ານ​ໄປ​ຢ້ຽມ​ຢາມ​ປະ​ເທດນີ້ ຢ່າງ​ເປັນ​ທາງ​ການ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ເນັ້​ນ​ຫນັກ​ວ່າ ເລື່ອງ​ແກ່​ຍາວ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຕ້ານ ລັດ​ເຊຍ ແມ່ນ​ອີງ​ໃສ່ ອາ​ເມ​ລິ​ກາ ແລະ ສະ​ຫະ​ພາບ​ເອີ​ລົບ   ແລະ ລັດ​ເຊຍ ຈະ​ຕີ​ລາ​ຄ​າ​ເພື່ອ​ມີ​ມາດ​ຕະ​ການ​ໂຕະ​ຕອບ​​ໃຫ້​ເໝາະ​ສົມ​ກັບຜົນ​ປະ​ໂຫຍດ​ແຫ່ງ​ຊາດ.

ກ່ຽວ​ຂ້ອງ​ເຖິງ ຢູ​ແກຼນ, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Putin ຊີ້​ແຈ້ງວ່າ: ໂດຍບໍ່​ຫົວ​ຊາ​ຕໍ່​ໄລ​ຍະ​ສັບ​ສົນ​ປະ​ຈຸ​ບັນ ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ລັດ​ເຊຍ ຢາກ​ຮ່ວມ​ມື​ຢ່າງ​ສະ​ເຫມີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ຄ​ູ່​ຮ່ວມ​ມື ຢູ​ແກຼນ​, ແຕ່​ສິ່ງ​ນີ້ ພຽງ​ສາ​ມາດ​ປະ​ຕິ​ບັດ​ໄດ້​ພາຍ​ຫລັງ​ສະ​ພາບ​ການ​ມີ​ສະ​ຖຽນ​ລະ​ພາບ ແລະ ບັນ​ລຸ​ສັນ​ຕິ​ພາບ​ແບບ​ຖາ​ວອນ​ຢູ່ ຢູ​ແກຼນ.

ຂ່າວ/ບົດ​ອື່ນ