ອາເມລິກາບໍ່ຮັບຮູ້ສປປ.ເກົາຫຼີແມ່ນປະເທດນິວເຄຼຍ

ອາເມລິກາບໍ່ຮັບຮູ້ສປປ.ເກົາຫຼີແມ່ນປະເທດນິວເຄຼຍ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ແລະ ທ່ານນາງປະທານາທິບໍດີ ສ ເກົາຫຼີ Park Geun-hye
(ພາບ: AFP/TTXVN)

(vovworld) – ວັນ​ທີ 14/2, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ສືບຕໍ່​ການ​ປະຕິບັດ​ງານ​ຢູ່ ອາຊີ. ວັນ​ທີ 13/2, ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ​ຄູ່ຕຳ​ແໜ່​ງ ສ ​ເກົາຫຼີ Yun Buyung – se, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ John Kerry ຖະ​ແຫຼ​ງວ່າ: ອາ​ເມ​ລິ​ກາ ຈະ​ບໍ່​ຮັບ​ຮູ້​ເລື່ອງ ສປປ ​ເກົາຫຼີ ກາຍ​ເປັນ​ປະ​ເທດ ນິວ​ເຄຼຍ ຫຼື​ວ່າ ກຳມະສິດ​ອາວຸດ​ນິວ​ເຄຼຍ. ທ່ານ John Kerry  ອີກ​ເທື່ອ​ໜຶ່ງ​ເລັ່ງລັດ ສປປ ​ເກົາຫຼີ ​ຕ້ອງ​ເຄົາ​ລົບ​ນັບຖື​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ປອດ​ນິວ​ເຄຼຍ.

    ຕາ​ມທ່ານ John Kerry ​ແລ້ວ, ສປປ ​ເກົາຫຼີ ບໍ່​ທັນ​ສະ​ແດງ​ຄຳ​ໝັ້ນ​ສັນຍາ​ປອດ​ນິວ​ເຄຼຍຂອງ​ຕົນ ​ແລະ ປະ​ເທດນີ້​ຕ້ອງ​ມີ​ການ​ກະທຳ​ເພື່ອ​ສະ​ແດງ​ຄວາມຊື່ສັດ. ທ່ານ Kerry ກໍ່​​ເນັ້ນ​ໜັກ​​ເລື່ອງ​ຜຸ​ກມັດ​ບັນດາ​ເຫດການ​ມະນຸດສະທຳ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​​ແມ່ນ​ບໍ່​ເໝາະ​ສົມ, ນັ້​ນແມ່ນ​ເວົ້າ​ເຖິງ​ເລື່ອງ ສປປ ​ເກົາຫຼີ ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ລົບ​ລ້າງ​ການ​ຊ້ອມ​ຮົບ​ຮ່ວມ​​ເຊິ່ງຄາດວ່າ​ຈະ​ເລີ່​ມດຳ​ເນີນ​ໃນ​ທ້າຍເດືອນນີ້.

 

 

 


ຂ່າວ/ບົດ​ອື່ນ