ອາເມລິກາບໍ່ຮ່ວມມືກັບຊີຣີໃນບັ້ນຮົບບຸກໂຈມຕີທາງອາກາດIS

ອາເມລິກາບໍ່ຮ່ວມມືກັບຊີຣີໃນບັ້ນຮົບບຸກໂຈມຕີທາງອາກາດIS - ảnh 1
ທ່ານປະທານາທິບໍດີ ອາເມລິກາ Barack Obama
(ພາບ: vtv.vn)

(vovworld) – ອາ​ເມ​ລິ​ກາ ບໍ່​ມີ​ເຈດ​ຈຳນົງ​ຮ່ວມ​ມື​ກັບ ຊີຣີ ​ໃນ​ບັນດາ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາກາດ ແນໃສ່ບັນດາ​​ເປົ້າ​ໝາຍ​ຂອງ​ກຸ່ມ​ທະຫານ​ກະບົດທີ່​ອ້າງ​ຊື່ວ່າ “ລັດ​ອິດສະ​ລາມ​” (IS). ​ໃນ​ການ​ຕອບ​ສຳພາດ​ເມື່ອ​ວັນ​ທີ 14/9 ​ໃນ​ຊ່ອງ CBS, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼ​ງ​ດັ່ງກ່າວ, ​ແຕ່​ຢັ້ງຢືນ ອາ​ເມ​ລິ​ກາ ຈະ​ມານະ​ພະຍາຍາມ​ຮັບປະກັນ​ບໍ່​ປະ​​ໃຫ້​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ບັນດາ​ກຳລັງ​ຂອງ​ 2 ປະ​ເທດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຊີ້​ແຈ້ງວ່າ: “ທຸກໆ​ວຽກ​ງານ​ໄດ້​ກຽມພ້ອມ​” ​ໃຫ້​ແກ່​ບັ້ນ​ຮົບ​ຕ້ານ IS ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ. ທ່ານ​ລັດຖະມົນຕີ John Kerry ຢັ້ງຢືນ​ວ່າ: ບັນ​ດາ​ພັນທະ​ມິດ​ຂອງ ອາ​ເມ​ລິ​ກາ ຢູ່ ຕາ​ເວັນ​ອອກ​ກາງ ​ແລະ ພາກ​ພື້ນ​ອື່ນ​ກຽມພ້ອມ​ໜູນ​ຊ່ວຍ, ຊ້ຳ​ບໍ່​ໜຳ​ບາງ​ປະ​ເທດ​ໄດ້​ສະ​ເໜີ​ຜັນ​ຂະຫຍາຍ​ທະຫານ​ບົກ ​ໃນ​ຂະນະ​ທີ່​ບາງ​ປະ​ເທດ​ອື່ນ​ສະ​ເໜີ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ພ້ອມ​ກັບ ອາ​ເມ​ລິ​ກາ ​ຖ້າ​ຈຳ​ເປັນ.


ຂ່າວ/ບົດ​ອື່ນ