ອາ​ເມ​ລິ​ກາປະກາດ​ ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ​ໃໝ່​

ວັນ​ທີ 5/1, ທ່ານ​ປະ​ທາ​ນາ​ທິບໍດີ Barack Obama ​ໄດ້​ປະກາດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ​ໃໝ່​ຂອງ ອາ​ເມ​ລິ​ກາ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະວີການ​ມີໜ້າ​ຂອງ​ທະຫານ​ອາ​ເມ​ລິ​ກາຢູ່ ອາຊີ - ປາ​ເຊ​ຟິກ, ​ໂດ​ຍບໍ່​ຫົວຊາ​ຕໍ່​ງົບປະມານ​ສຳ​ລັບ​ການ​ປ້ອງ​ກັນຊາດ​ຖືກ​ຫຼຸດ​ລົງ ຫຼາຍ​ຕື້ USD. ​ໃນ​ຍຸດ​ທະ​ສາດ​ໃໝ່, ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ​ໄດ້​ວາງ​ອອກ​ບາງ​ບຸລິມະສິດ​ໃຫ້​ແກ້​ການ​ປ້ອງ​ກັນ​ປະ​ເທດ​ລວມມີ: ສືບ​ຕໍ່​ມີ​ແນວ​ທາງ​ຢ່າງ​ຕັ້ງໜ້າ​ຕ້ານ​ບັນດາ​ການ​ນາບ​ຂູ່​ພວກ​ຫົວ​ຮຸນ​ແຮງ ​ແລະ ກໍ່​ການ​ຮ້າຍ, ຮັກສາ​ການ​ມີໜ້າ​ຂອງ​ກຳລັງ​ທະຫານ​ຂອງ ອາ​ເມ​ລິ​ກາ ​ແລະ ພັນ​ທະ​ມິດ​ຢ່າງ​ໜ້ອຍ​ສຸດ, ​ແລະ ໜູນ​ຊ່ວຍ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ໃນຕາ​ເວັນ​ອອກ​ກາງ ​ແລະ ​ເຂດອ້ອມ​​ແອ້ມ​. ຍຸດ​ທະ​ສາດ​ເນັ້ນ​ໜັກ​ການ​ພັດທະນາ​​ແນວ​ທາງ​ມີ​ຈຳນວນ​ປະຈຳການ​ຫ​ນ້ອຍ, ບໍ່​ສິ້ນ​ເປື້ອງ ​ແລະ ມີ​ຫົວຄິດ​ປະ​ດິດສ້າງ ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ປ້ອງ​ກັນ​ຄວາມ​ສະຫງົບ, ປະຕິບັດ​ບັນດາ​ການ​ເຄື່ອນ​​ໄຫວ​ຕ້ານ​ການ​ແຜ່​ຂະຫຍາຍອາວຸດລ້າງຜານ ​ແລະ ພິ​ເສດ​​ແມ່ນເນັ້ນ​ໜັກ ​ສ້າງ​ຄວາມ​ສົມ​ດູ​ນດ້ານ​ກຳລັງ​ທະຫານ​ຢູ່​ພາກ​ພື້ນ​ອາຊີ - ປາ​ເຊ​ຟິກຄືນ​ໃໝ່.

ຂ່າວ/ບົດ​ອື່ນ