ອາເມລິກາປະກາດຄຳສັ່ງຫ້າມວິສາຫະກິດຈີນສຳຜັດກັບນັກປະມູນລັດຖະບານ

(VOVWORLD) -ຂໍ້ກຳນົດຊົ່ວຄາວດັ່ງກ່າວຫ້າມບໍ່ໃຫ້ທຸກອົງການສະຫະລັດຂອງອາເມລິກາ ຊື້ບັນດາເຄື່ອງອຸປະກອນເຕັກໂນໂລຊີ ແລະ ໂທລະຄົມມະນາຄົມຂອງ 5 ບໍລິສັດຈີນ

ອາເມລິກາປະກາດຄຳສັ່ງຫ້າມວິສາຫະກິດຈີນສຳຜັດກັບນັກປະມູນລັດຖະບານ - ảnh 1 ບໍລິສັດເຕັກໂນໂລຊີເຕັກນິກດີຈີຕອນ Hangzhou Hikvision

(ພາບປະກອບ: Reuters)

ວັນທີ 08 ສິງຫາ, ລັດຖະບານອາເມລິກາ ໄດ້ປະກາດບັນດາຂໍ້ກຳນົດຢ່າງເປັນທາງການ ຫ້າມບໍ່ໃຫ້ກຸ່ມບໍລິສັດເຕັກໂນໂລຊີໂທລະຄົມມະນາຄົມ Huawei ແລະ ບໍລິສັດບາງແຫ່ງຂອງຈີນ ຂາຍອຸປະກອນໂທລະຄົມມະນາຄົມໃຫ້ບັນດານັກປະມູນຂອງອົງການສະຫະລັດ. ນີ້ໄດ້ຮັບຖືວ່າແມ່ນການກະທຳຫຼ້າສຸດຂອງອຳນາດການປົກຄອງປະທານາທິບໍດີ D.Trump ທີ່ໄດ້ຍົກອອກມາໃນສະພາບສົງຄາມການຄ້າລະຫ່າງ 2 ຝ່າຍພວມປີນຂັ້ນໄດ.

        ຂໍ້ກຳນົດຊົ່ວຄາວດັ່ງກ່າວຫ້າມບໍ່ໃຫ້ທຸກອົງການສະຫະລັດຂອງອາເມລິກາ ຊື້ບັນດາເຄື່ອງອຸປະກອນເຕັກໂນໂລຊີ ແລະ ໂທລະຄົມມະນາຄົມຂອງ 5 ບໍລິສັດຈີນ, ລວມມີ ກຸ່ມບໍລິສັດ Huawei, ກຸ່ມບໍລິສັດ ZTE, ກຸ່ມບໍລິສັດ Hytera, ບໍລິສັດເຕັກໂນໂລຊີເຕັກນິກດີຈີຕອນ Hangzhou Hikvision ແລະ ບໍລິສັດ Dahua.

        ບັນດາຂໍ້ກຳນົດປະຕິບັດຂໍ້ຄຳສັ່ງສະບັບນີ້ເລີ່ມມີຜົນສັກສິດໃນວັນທີ 13 ສິງຫາ ຈະມາເຖິງ. ຕອບໂຕ້ຕໍ່ຂໍ້ຕົກລົງດັ່ງກ່າວຂອງອາເມລິກາ, ກຸ່ມບໍລິສັດ Huawei ໃຫ້ຮູ້ວ່າ, ຈະຮ້ອງຟ້ອງຄຳສັ່ງຫ້າມດັ່ງກ່າວຂຶ້ນສານສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ