ອາເມລິກາປະກາດຈຸດເວລາເຊັນຂໍ້ຕົກລົງຟື້ນຟູບັນດາຖ້ຽວບິນໄປຍັງກູບາ

ອາເມລິກາປະກາດຈຸດເວລາເຊັນຂໍ້ຕົກລົງຟື້ນຟູບັນດາຖ້ຽວບິນໄປຍັງກູບາ - ảnh 1
ເຮືອບິນຂອງທ່ານ John Kerry ຢູ່ສະໜາມບິນ Havana (Cuba)
(ພາບ: AP)

(vovworld) – ​ ອາ​ເມ​ລິ​ກາ ​ແລະ ກູ​ບາ ຈະ​​ເຊັນ​ຂໍ້​ຕົກລົງ 2 ຝ່າຍ​ສະບັບ​ໜຶ່ງ​ໃນ​ວັນ​ທີ 16/02 ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ບັນດາ​ຖ້ຽວ​ບິນ​ການ​ຄ້າລະ​ຫວ່າງ 2 ປະ​ເທດ ພາຍຫລັງຖືກ​ຕັດ​ຕອນ​ເປັນ​ເວລາ​ເຄິ່ງສະຕະວັດ​. ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ​ ​ໃນ​ວັນ​ທີ 12/02 ຊີ້​ແຈ້ງວ່າ “​ໃນ​ຂະນະທີ່​ກົດໝາຍ ອາ​ເມ​ລິ​ກາ ຫ້າມ​ການທ່ອງ​ທ່ຽວ​ເຖິງ ກູ​ບາ ນັ້ນ, ຂໍ້​ຕົກລົງ​ດັ່ງ​ກ່າວ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວທ່ອງ​ທ່ຽວ​ທີ່ໄດ້​ຮັບ​ການ​ອະນຸຍາດ, ຜ່ານ​ນັ້ນ ​ເປີດ​ກ້ວາງ​ບັນດາ​ການ​ເລືອກ​ເຟັ້ນ​ໃຫ້​ນັກ​ທ່ອງ​ທ່ຽວ ​ແລະ ​ເພີ່ມ​ທະວີການ​ຮ່ວມ​ສຳພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ”. ບັນດາ​ບໍລິສັດ​ການບິນ 2 ປະ​ເທດ ສາມາດ​ເຊັນ​ຂໍ້​ຕົກລົງ​ໃນ​ບັນດາ​ຂົງ​ເຂດ​ຄື: ​ແບ່ງປັນກົດ​ລັບ ​ແລະ ​ໃຫ້​ເຊົ່າ​ເຮືອບິນ.

        ຄາດ​ຄະ​ເນ​ວ່າ: ທ່ານລັດຖະມົນຕີວ່າການ​ກະຊວງ​ຄົມມະນາຄົມ​ ອາ​ເມ​ລິ​ກາ Anthony Foxx ​ແລະ ຜູ້​ຊ່ວຍ​ວຽກ​​ໃຫ້​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Charles Rivkin ຈະ​​ໄປ​ນະຄອນຫລວງ La Habana ຂອງ ກູ​ບາ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ.


ຂ່າວ/ບົດ​ອື່ນ