ອາ​ເມ​ລິ​ກາ​ປະ​ກາດ​ຈະ​ຈັດ​ວາງ​ພາ​ສີ​ເພີ່​ມ​ເຕີ​ມ​ຖ້າ​ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ ຈີນ

(VOVWORLD) - ວັນທີ 14 ຕຸລາ, ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນອາເມລິກາ ປະກາດວ່າ ວໍໍຊິງຕັນ ຈະຈັດວາງພາສີເພີ່ມເຕີມສຳລັບສິນຄ້ານຳເຂົ້າຈາກຈີນໃນວັນທີ 15 ທັນວາ, ຖ້າຫາກວ່າ ໃນເວລານັ້ນ ສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ. 
 ອາ​ເມ​ລິ​ກາ​ປະ​ກາດ​ຈະ​ຈັດ​ວາງ​ພາ​ສີ​ເພີ່​ມ​ເຕີ​ມ​ຖ້າ​ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ ຈີນ - ảnh 1

ທ່ານ Steven Mnuchin  ລັດຖະມົນຕີກະຊວງການເງິນ ອາເມລິກາ, ທ່ານ Robert Lighthizer ຜູ້ຕາງໜ້າການຄ້າອາເມລິກາ ແລະ ທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີ ຈີນ ທີ່ການເຈລະຈາດ້ານການຄ້າຢູ່ ວໍຊິງຕັນ ດີຊີ, ອາເມລິກາ ໃນວັນທີ 10 ຕຸລາ 2019 (ພາບ AFP/TTXVN)

ເຖິງຢ່າງໃດກໍ່ຕາມ, ທ່ານ Mnuchin ຍັງເນັ້ນໜັກເຖິງ ຄວາມຕັ້ງຫວັງກ່ຽວກັບຄວາມສຳເລັດຂອງຂໍ້ຕົກລົງ. ທ່ານ Mnuchin ໃຫ້ຮູ້ຕື່ມອີກວ່າບັນດາເຈົ້າໜ້າທີ່ອາເມລິກາ ແລະ ຈີນຈະດຳເນີນບັນດາການເຈລະຈາຜ່ານໂທລະສັບໃນອາທິດນີ້ ແລະ ອາທິດໜ້າເພື່ອມານະພະຍາຍາມປະຕິບັດສຳເລັດ “ໄລຍະທີ 1” ຂອງຂໍ້ຕົກລົງການຄ້າເຊິ່ງໄດ້ປະກາດໃນອາທິດກ່ອນ. ຕາມທ່ານ ລັດຖະມົນຕີກະຊວງການເງິນ Mnuchin ແລ້ວ, ບັນດາເຈົ້າໜ້າທີ່ຂັ້ນຮອງ ຈະຈັດຕັ້ງບັນດາການປຶກສາຫາລືຜ່ານໂທລະສັບໃນອາທິດນີ້, ໃນຂະນະນັ້ນ ທ່ານ ແລະ ຜູ້ຕາງໜ້າດ້ານການຄ້າອາເມລິກາຈະມີການເຈລະຈາຜ່ານໂທລະສັບກັບທູດພິເສດດ້ານການຄ້າຂອງ ຈີນໃນອາທິດໜ້າ. ຫຼັງຈາກນັ້ນ, ບັນດາເຈົ້າໜ້າທີ່ ຂັ້ນສູງຈະພົບປະກັນຢູ່ Santiago, ປະເທດຈີເລ, ຢູ່ນອກກອງປະຊຸມລັດຖະມົນຕີຂອງ ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).

ຕອບກັບ

ຂ່າວ/ບົດ​ອື່ນ