ອາ​ເມ​ລິ​ກາ​ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ໃໝ່​ທີ່​ມີ​ມູນ​ຄ່າ​ກ່​ວາ 1 ຕື້ USD ໃຫ້​ແກ່​ຢູ​ແກ​ຼນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ອາເມລິກາ ກໍ່ຄືບັນດາຄູ່ຮ່ວມມືທີ່ໃຫ້ການໜູນຊ່ວຍຢູແກຼນ.
ອາ​ເມ​ລິ​ກາ​ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ໃໝ່​ທີ່​ມີ​ມູນ​ຄ່າ​ກ່​ວາ 1 ຕື້ USD ໃຫ້​ແກ່​ຢູ​ແກ​ຼນ - ảnh 1ພາບປະກອບ: AFP/ TTXVN

ວັນທີ 6 ກັນຍາ, ໃນການຢ້ຽມຢາມ Kiev, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ໄດ້ປະກາດບ້ວງເງິນໜູນຊ່ວຍໃໝ່ໃຫ້ແກ່ຢູແກຼນ ດ້ວຍມູນຄ່າກ່ວາ 1 ຕື້ USD. ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມ ກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຢູແກຼນ Dmytro Kuleba, ທ່ານ Antony Blinken  ໃຫ້ຮູ້ວ່າ ບ້ວງເງິນໜູນຊ່ວຍດັ່ງກ່າວລວມມີເງິນກ່ວາ 665 ລ້ານ USD ເພື່ອໜູນຊ່ວຍການປ້ອງກັນຄວາມໝັ້ນຄົງພົນລະເຮືອນ ແລະ ການທະຫານພ້ອມກັບເງິນນັບລ້ານ USD ທີ່ໜູນຊ່ວຍໃຫ້ແກ່ຄວາມສາມາດໃນການປ້ອງກັນອາກາດຂອງ ຢູແກຼນ ແລະ ຂົງເຂດຕ່າງໆ. ນອກຈາກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken  ກໍ່ໃຫ້ຮູ້ວ່າ ອາເມລິກາ ພວມສົມທົບກັບ ຢູແກຼນ ຊອກຫາເສັ້ນທາງຂົນສົ່ງທັນຍາພືດ ແທນ ໃຫ້ຂໍ້ລິເລີ່ມທັນຍາພືດທະເລດຳ ທີ່ໝົດຜົນສັກສິດເມື່ອເດືອນກໍລະກົດທີ່ຜ່ານມາ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ Kuleba ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ອາເມລິກາ ກໍ່ຄືບັນດາຄູ່ຮ່ວມມືທີ່ໃຫ້ການໜູນຊ່ວຍຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ