ອາເມລິກາປະກາດວິທີການບຸກໂຈມຕີສປປ.ເກົາຫຼີ

ອາເມລິກາປະກາດວິທີການບຸກໂຈມຕີສປປ.ເກົາຫຼີ - ảnh 1
ກ່ຳ​ປັ່ນ​ເດີ່ນ​ບິນ​ຂອງ​ອາ​ເມ​ລິ​ກາ USS Carl Vinson
(ພາບ: Reuters)

(vovworld) - ວັນ​ທີ 11/04, ບັນ​ດາ​ແຫຼ່ງ​ຂ່າວ​ການ​ຕ່າງ​ປະ​ເທດ​ໃຫ້​ຮູ້​ວ່າ, ກ່ອນ​ກາ​ນ​ພົບ​ປະ​ສຸດຍອດ​ຈ​ີນ - ອາ​ເມ​ລິ​ກາ ເມື່ອ​ຕົ້ນ​ເດືອນ 04, ອາ​ເມ​ລິ​ກາ ໄດ້​ແຈ​້ງ​ໃຫ້​ຍີ່​ປຸ່ນ ​ຊາບວ່າ, ປະ​ເທດນີ້​ອາດ​ຈະ​ຕ້ອງ​ດຳ​ເນີນ​ວິ​ທີ​ການ​ທາງ​ທະ​ການ​ສຳ​ລັບ​ສ​ປ​ປ.ເກົາ​ຫຼີ ຖ້າ​ຫາກ​ຈີນ ບໍ່​ເພີ່ມ​ຄວາມ​ກົດ​ດັ່ນ​ເພື່ອ​ໃຫ້​ພ​ຽງ​ຢາງ ​ລະ​ງົບຄວາມ​ມັກ​ໃຫຍ່​ໃຝ່​ສູງ​ດ້າ​ນ​ນິວ​ເຄຼຍ ແລະ ລູ​ກ​ສອນ​ໄຟ.

        ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ໂຄ​ສົກ​ທຳ​ນຽບ​ຂາ​ວ Sean Spicer ໃຫ້​ຮູ້​ວ່າ, ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Trump ໄດ້​​ຈັດ​ຊື່​ຂອງ​ສປ​ປ.ເກົາ​ຫຼີ ເຂົ້າ​ໃນ​ເປົ້າ​ໝາຍ “ຕ້ອງ​​ເອົາ​ໃຈ​ໃສ່​ຢ່າງ​ຈະ​ແຈ້ງ” ​ແລະ ທ່ານ​ຈະ​ບໍ່​ອະ​ໄພ​ໂທ​ດ​ຕໍ່​ບັນ​ດາ​ການ​ກະ​ທຳ​ຂອງ​ປະ​ເທດນີ້.

        ​ເຫດ​ການ​ທີ່​ກ່ຽວ​ຂ້ອງໃນ​ວັນ​ດຽວ​ກັນ,  ສື່ມວນ​ຊົນ​ແຫ່ງ​ລັດ​ສ​ປ​ປ.ເກົາ​ຫຼີ ກ່າວ​ເຕືອນ​ວ່າ ປະ​ເທດນີ້​ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ນິວ​ເຄຼຍ ແນ​ໃສ່​ອາ​ເມ​ລິ​ກາ ຖ້າ​ຫາກ​ມີ​ສັນ​ຍາ​ນເກາະ​ຜິດ​ບໍ່​ວ່າ​ປະ​ການ​ໃດ​ເກີດ​ຂຶ້​ນ.

ຕອບກັບ

ຂ່າວ/ບົດ​ອື່ນ