ອາ​ເມ​ລິ​ກາ​ປະ​ກາດ​ໃຊ້​ສະຫຼຸບ​ສຸດ​ທ້າຍ​ຂອງ​ບັ້ນ​ກວດ​ກາຄືນ​ພາ​ສີຕ້ານການຂາຍບຸບລາຄາຄັ້ງ​ທີ 16 (POR16) ສຳ​ລັບປາ​ຈາ, ບາ​ຊາດນຳ​ເຂົ້າ​ຈາກ​ຫວຽດ​ນາມ

(VOVWORLD) -ໃນບົດສະຫຼຸບສະບັບສຸດທ້າຍ, DOC ໄດ້ຢັ້ງຢືນວ່າ ລະດັບພາສີຕ້ານການຂາຍບຸບລາຄາສຳລັບບໍລິສັດຫຸ້ນສ່ວນ ວິງຮ່ວານ ແລະ ບໍລິສັດຫຸ້ນສ່ວນ ນາມຫວຽດ ໃນບັ້ນກວດກາຄັ້ງນີ້ແມ່ນຢູ່ໃນລະດັບ 0 USD/ກິໂລກຼາມ.
ອາ​ເມ​ລິ​ກາ​ປະ​ກາດ​ໃຊ້​ສະຫຼຸບ​ສຸດ​ທ້າຍ​ຂອງ​ບັ້ນ​ກວດ​ກາຄືນ​ພາ​ສີຕ້ານການຂາຍບຸບລາຄາຄັ້ງ​ທີ 16 (POR16) ສຳ​ລັບປາ​ຈາ, ບາ​ຊາດນຳ​ເຂົ້າ​ຈາກ​ຫວຽດ​ນາມ - ảnh 1ພາບປະກອບ: baochinhphu.vn

ວັນທີ 28 ມິຖຸນາ, ກະຊວງການຄ້າ ອາເມລິກາ (DOC) ໄດ້ປະກາດໃຊ້ບົດສະຫຼຸບສະບັບສຸດທ້າຍຂອງບັ້ນກວດກາຄືນພາສີຕ້ານການຂາຍບຸບລາຄາຄັ້ງທີ 16 (POR16) ສຳລັບໄລຍະກວດກາຄືນ ນັບແຕ່ວັນທີ 1 ສິງຫາ 2018 ຫາວັນທີ 31 ກໍລະກົດ 2019 ສຳລັບປາຈາ, ບາຊາ ຂອງຫວຽດນາມ.

        ໃນບົດສະຫຼຸບສະບັບສຸດທ້າຍ, DOC ໄດ້ຢັ້ງຢືນວ່າ ລະດັບພາສີຕ້ານການຂາຍບຸບລາຄາສຳລັບບໍລິສັດຫຸ້ນສ່ວນ ວິງຮ່ວານ ແລະ ບໍລິສັດຫຸ້ນສ່ວນ ນາມຫວຽດ ໃນບັ້ນກວດກາຄັ້ງນີ້ແມ່ນຢູ່ໃນລະດັບ 0 USD/ກິໂລກຼາມ. ສຳລັບບັນດາບໍລິສັດນຳເຂົ້າ, ສົ່ງອອກ ປາຈາ, ບາຊາ ແຫ່ງຕ່າງໆຂອງ ຫວຽດນາມ, ລະດັບພາສີຕ້ານການຂາຍບຸບລາຄາແມ່ນບໍ່ປ່ຽນແປງ, ຍັງຢູ່ລະດັບ 2,39 USD/ກິໂລກຼາມ. ເບິ່ງລວມແລ້ວ, ນີ້ແມ່ນໝາກຜົນທີ່ຕັ້ງໜ້າສຳລັບຂະແໜງການຜະລິດ, ສົ່ງອອກສິນໃນນ້ຳຂອງ ຫວຽດນາມ.

        ປັດຈຸບັນ, DOC ພວມດຳເນີນການກວດກາຄືນລະບຽບການພາສີຕ້ານການຂາຍບຸບລາຄາຄັ້ງທີ 17 (POR17). ກະຊວງອຸດສາຫະກຳການຄ້າຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ກັບສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ, ບັນດາວິສາຫະກິດສົ່ງອອກຂອງ ຫວຽດນາມ ແລະ ຝ່າຍອາເມລິກາ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ ວຽກງານດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ