ອາເມລິກາປະຕິເສດຄຳຮຽກສິດໂດຍບໍ່ມີພື້ນຖານນິຕິກຳຂອງຈີນ ຢູ່ ທະເລຕາເວັນອອກ

(VOVWORLD) -ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງຈີນ “ຢຸດຕິທຸກການເຄື່ອນໄຫວຜິດກົດໝາຍ ແລະ ກໍ່ກຳລັງດັນຢູ່ ທະເລຕາເວັນອອກ” 
ອາເມລິກາປະຕິເສດຄຳຮຽກສິດໂດຍບໍ່ມີພື້ນຖານນິຕິກຳຂອງຈີນ ຢູ່ ທະເລຕາເວັນອອກ - ảnh 1ຮູບຖ່າຍຈາກດາວທຽມສະແດງໃຫ້ເຫັນ ກຳປັ່ນຂອງຈີນ ພວມຢຸດຢູ່ເກາະ ດາບາເດົ່າ. ພາບ:Maxar Technologies/AFP

ວັນທີ 12 ມັງກອນ, ກົມກ່ຽວກັບບັນຫາມະຫາສະໝຸດ, ສິ່ງແວດລ້ອມ ແລະວິທະຍາສາດສາກົນ ຂຶ້ນກັບ ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດເອກະສານຄົ້ນຄ້ວາປະຕິເສດ “ຄຳຮຽກສິດຜິດກົດໝາຍ” ຂອງຈີນ ຢູ່ ທະເລຕາເວັນອອອກ, ໃນນັ້ນ ປະຕິເສດບັນດາພື້ນຖານດ້ານພູມສາດ ແລະປະຫວັດສາດ ຂອງປັກກີ່ງ.

ເອກະສານຄົ້ນຄ້ວາ ລວມມີ 47 ຫນ້າ ໂດຍຊີ້ແຈ້ງວ່າ ບັນດາຄຳຮຽກສິດຂອງຈີນ ຢູ່ ທະເລຕາເວັນອອກ ແມ່ນບໍ່ມີພື້ນຖານຕາມກົດໝາຍສາກົນ. ເອກະສານໄດ້ຢັ້ງຢືນວ່າ ຄຳຮຽກສິດນີ້ ແມ່ນສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຫລາຍຂໍ້ກຳນົດຂອງກົດໝາຍສາກົນ ຊື່ງໄດ້ລະບຸໃນສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງຈີນ “ຢຸດຕິທຸກການເຄື່ອນໄຫວຜິດກົດໝາຍ ແລະ ກໍ່ກຳລັງດັນຢູ່ ທະເລຕາເວັນອອກ” ພ້ອມທັງ ຢັ້ງຢືນ ຄຳຮຽກສິດ ຊື່ງຈີນ ເອີ້ນວ່າ “ອີງໃສ່ປະຫວັດສາດ” ແມ່ນບໍ່ມີພື້ນຖານນິຕິກຳ.

ຟ້າມຮວນ ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ