ອາເມລິກາປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດປ້ອງກັນຊາດ

ອາເມລິກາປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດປ້ອງກັນຊາດ - ảnh 1
ພົນ​ໂທ​ ຫງວຽນ​ຈີ໋ວີ້ງ ຕ້ອນຮັບ​ທ່ານ Thomas Shannon, ​​
ທີ່ປຶກສາ​​​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
(ພາບ: TTXVN)


(vovworld) – ຕອນ​ຍ່າ​ຍວັນ​ທີ 5/2, ທີ່​ຮ່າ​ໂນ້ຍ, ທ່າ​ນພົນ​ໂທ​ ຫງວຽນ​ຈີ໋ວີ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Thomas Shannon, ​​ທີ່ປຶກສາ​​​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ພົນ​ໂທ​ ຫງວຽນ​ຈີ໋ວີ້ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ຕີ​ລາຄາ​ສູງ​ເລື່ອງ​ອາ​ເມ​ລິ​ກາ ຍົ​ກ​ເລີກສ່ວນ​ໜຶ່ງຄຳ​ສັ່ງຂວ້ຳ​ບາດ​ດ້ານອາວຸດ​ກັບ ​ຫວຽດນາມ ​ແລະ ສະ​ເໜີ​ ອາ​ເມ​ລິ​ກາ ຍົກ​ເລີກຄຳ​ສັ່ງຂວ້ຳ​ບາດ​ທັງ​ໝົດນີ້​ໂດຍ​ໄວ. ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື ຮັບປະກັນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ທະ​ເລ; ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ສົງຄາມ; ​​ເສນາ​ຮັກ; ການ​ບຳລຸງ​ສ້າງ; ການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ການ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ ສປຊ ​ໄດ້​ມີ​ບາດ​ກ້າວ​ພັດທະນາ​ໃໝ່. ທ່ານ​ພົນ​ໂທ ​ຫງວຽນ​ຈີ໋ວີ້ງ ປາດ​ຖະໜາ​ວ່າ: ທ່ານ Thomas Shannon ຈະ​ມີ​ການ​ປະກອບສ່ວນ​ສຳຄັນ​ຫຼາຍ​ຢ່າງ​ໃນ​ການຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ-​ອາ​ເມ​ລິ​ກາ, ປະກອບສ່ວນ​ນຳ​ການ​ພົວພັນ 2 ຝ່າຍ​​ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

          ສ່ວນ​ທ່ານ Thomas Shannon ​ໃຫ້ຮູ້​ວ່າ: ອາ​ເມ​ລິ​ກາ​ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ປ້ອງ​ກັນຊາ​ດກັບ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ບັນ ດາ​ຂົງ​ເຂດ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ການ​ຮ່ວມ​ມື​ດ້ານ​ສຶກສາ,ເສນາ​ຮັກ, ການຊອກ​ຫາກູ້ໄພ​ກູ້​ຊີບ, ການໜູນ​ຊ່ວຍມະນຸດສະທຳ, ການກູ້ ຊ່ວຍ​ໄພພິບັດ, ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກສົງຄາມ​ຢູ່​ຫວຽດນາມ ​ແລະ ໜູນ​ຊ່ວຍ ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງສະຫະ​ປະ ຊາ​ຊາດ.

ຂ່າວ/ບົດ​ອື່ນ