ອາເມລິກາ,ຝລັ່ງເຫັນດີເພີ່ມທະວີການຕໍ່ສູ້ຕ້ານກໍ່ການຮ້າຍ

ອາເມລິກາ,ຝລັ່ງເຫັນດີເພີ່ມທະວີການຕໍ່ສູ້ຕ້ານກໍ່ການຮ້າຍ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ Barack Obama
ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande
(ພາບ: AP)

(vovworld) - ວັນ​ທີ 24/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ Barack Obama ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande, ໄດ້​ເຫັນ​ດີ​ເພິີ່ມ​ທະ​ວ​ີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ກຸ່ມ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ເວົ້າ​ສະ​ເພາະ ແລະ ລັດ​​ທິກໍ່​ການ​ຮ້າຍ​ເວົ້າ​ລວ​ມ. ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ກອງ​ປະ​ຊຸມ​ຮ່ວມ​ທີ່​ແກ່​ຍາວ​ເປັນ​ເວ​ລາ 1 ຊົ່ວ​ໂມງ ຢູ່​ທຳ​ນຽບ​ຂາວ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໃຫ້​ຮູ້​ວ່າ, ການ​ນຳ 2 ທ່ານ​ສະ​ໜັບ​ສະ​ໜູນ​ເລື່ອງ​ຍູ້​ແຮງບັ້ນ​ບຸກ​ໂຈມ​ຕີ​ຢູ່​ຊີ​ຣີ ແລະ ອີ​ຣັກ ​ແນ​ໃສ່​ບັນ​ດາ​ເປົ້າ​ໝາຍ IS, ພ້ອມ​ທັງ​ເຫັນ​ດີ​ນຳ​ກັນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ປິດ​ປະ​ຕູ​ຊາຍ​ແດນ​ຕວກ​ກີ ເພື່ອ​ສະ​ກັດ​ກັ້ນ​ການ​ໄປ​ມາ​ຂອ​ງ​​ພວກ​ຫົວ​ຮຸນ​ແຮງແຊກ​ຊຶມເຂົ້າ​ເອີ​ລົບ. ສ່ວນ​ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ Francois Hollande ຖະ​ແຫຼງວ່າ, ທ່ານ ແລະ ​ປະ​ທານ​າ​ທິ​ບໍ​ດີ Barack Obama ​ໄດ້ບັນ​ລຸ​ຄວາມ​ເຫັນ​ດີ​ເຫັນ​ພ້​ອມ​ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ IS ແລະ ລັດ​ທິກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ