ອາເມລິກາພວມຄົ້ນຄ້ວາການລົບລ້າງຄຳສັ່ງຫ້າມຂາຍອາວຸດສຳລັບຫວຽດນາມ

ອາເມລິກາພວມຄົ້ນຄ້ວາການລົບລ້າງຄຳສັ່ງຫ້າມຂາຍອາວຸດສຳລັບຫວຽດນາມ - ảnh 1
 ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ແລະ ທ່ານ​​ສະມາຊິກ​ສະພາ​ສູງ ອາ​ເມ​ລິກາ Bod Corker
(ພາບ: QĐND)

(vovworld) – ວັນທີ 4/8, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ​ໄດ້​ໃຫ້​ການຕ້ອນຮັບ​​ສະມາຊິກ​ສະພາ​ສູງ ອາ​ເມ​ລິກາ Bod Corker, ສະມາຊິກ​ຂັ້ນສູງ​ກຳມາທິການ​ການຕ່າງປະ​ເທດສະພາ​ສູງ ອາ​ເມ​ລິກາ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ຢືນ​ຢັນ​ວ່າ: ​ໃນ​ສະພາບ​ແວດ​ລ້ອມ​ສັນຕິ​ພາບ, ລັດ, ກອງທັບ​ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ກັບ​ປະ​ເທດ​ຕ່າງໆ, ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ. ກ່ຽວ​ຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ແກ້​ໄຂ​ບັນດາ​ການຂັດ​ແຍ້​ງກັນ​ດ້ວຍມາດ​ຕະການ​ສັນຕິພາບ, ​ເຄົາລົບ​ກົດໝາ​ຍສາກົນ. ສ່ວນ​ທ່ານ​ສະມາຊິກ​ສະພາ​ສູງ Bod Corker ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ພວມ​ຄົ້ນ​ຄ້ວາ, ​ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າ​ງຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ກັບ ຫວຽດນາມ. ຕາມ​ທ່ານ Bod Corker ​ແລ້ວ, ​ເລື່ອງ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ແຮງຈະ​ປະກອບສ່ວນ​ຊຸກຍູ້​ສະຖຽນ​ລະ​ພາບ, ສັນ​ຕິ​ພາບ​ໃນ​ພາກ​ພື້ນ ​ແລະ ​​ໃນ​ໂລກ.

    ທີ່​ການ​ຕ້ອນຮັບ, 2 ຝ່າຍ​ກໍ່​ໄດ້​ແລກປ່ຽນ, ມຸ່ງ​ໄປ​ເຖິງ​​ເນື້ອ​ໃນ​ຮ່ວມ​ມືຈຳນວນ​ໜຶ່ງ​ພາຍຫຼັງ ອາ​ເມ​ລິ​ກາ ລົບ​ລ້າງ​ຄຳ​ສັ່ງ​ຫ້າມ​ຂາຍອາວຸດ​ກັບ ຫວຽດນາມ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຫຼາຍ​ຂົງ​ເຂດ, ປະກອບສ່ວນ​ປັບປຸງ​ສັນຕິ​ພາບ​ໃນ​ພາກ​ພື້ນ ອາຊີ ປາຊີ​ຟິກ.

 



ຂ່າວ/ບົດ​ອື່ນ