ອາເມລິກາພວມປຶກສາຫາລືກ່ຽວກັບການພົບປະສຸດຍອດD.Trump - Kim Jong un ຄັ້ງທີ 2

(VOVWORLD) -ວັນທີ 10 ກັນຍາ, ທ່ານນາງເລຂາການຂ່າວທຳນຽບຂາວ Sarah Sanders ໃຫ້ຮູ້ວ່າ, ວຽກງານເຈລະຈາກ່ຽວກັບການພົບປະຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ພວມດຳເນີນໄປ.

ອາເມລິກາພວມປຶກສາຫາລືກ່ຽວກັບການພົບປະສຸດຍອດD.Trump - Kim Jong un ຄັ້ງທີ 2 - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un

(ພາບປະກອບ: ABC)

ທ່ານນາງ Sarah Sanders ຢືນຢັນວ່າ, ການພົບປະຄັ້ງຕໍ່ໄປກັບການນຳສປປ.ເກົາຫຼີ “ແມ່ນສິ່ງທີ່ອາເມລິກາ ປາດຖະໜາທີ່ສຸດ”. ຕາມທ່ານນາງ Sarah Sanders ແລ້ວ, ທ່ານປະທານາທິບໍດີ D.Trump ໄດ້ຮັບຈົດໝາຍຈາກການນຳສປປ.ເກົາຫຼີ ກ່ຽວກັບແຜນການຈັດຕັ້ງການພົບປະຄັ້ງຕໍ່ໄປ. ນອກນັ້ນ, ທ່ານນາງ Sarah Sanders ຍັງໃຫ້ຮູ້ອີກວ່າ, ອາເມລິກາ ຕີລາຄາສູງເລື່ອງສປປ.ເກົາຫຼີ ຕົກລົງບໍ່ນຳບັນດາລູກສອນໄຟປະເພດຕ່າງໆມາຈັດສະແດງໃນການ ເດີນສວນສະໜາມສະແດງກຳລັງເນື່ອງໃນໂອກາດວັນຊາດສປປ.ເກົາຫຼີ ຜ່ານມາ.

        ໃນວັນດຽວກັນ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຮຽກຮ້ອງໃຫ້ສ.ເກົາຫຼີ ແລະ ສປປ.ເກົາຫຼີ ມານະພະຍາຍາມເຈລະຈາ, ພ້ອມທັງຢືນຢັນວ່າ, ບັນຫາໃນແຫຼມເກົາຫຼີ ຄວນໄດ້ຮັບການແກ້ໄຂຜ່ານພຽງທາງການເມືອງ, ການທູດເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ