ອາ​ເມ​ລິ​ກາ​ພ້ອ​ມ​ແລ້​ວທີ່​ຈະ​ເຈ​ລະ​ຈາ​ກັບ​ອີ​ຣານ​ກ່ຽວ​ກັບ​ບັນ​ຫາ​ນິ​ວ​ເຄຼຍ

(VOVWORLD) - ທ່ານ ປະທານາທິບໍດີ Donald Trump ໄດ້ເນັ້ນໜັກວ່າ ອາເມລິກາ ແລະ ອີຣານຈະດຳເນີນການເຈລະຈາດ້ວຍເງື່ອນໄຂທີ່ວ່າ ອີຣານ ບໍ່ຖືກຳມະສິດອາວຸດນິວເຄຼຍ. 
ອາ​ເມ​ລິ​ກາ​ພ້ອ​ມ​ແລ້​ວທີ່​ຈະ​ເຈ​ລະ​ຈາ​ກັບ​ອີ​ຣານ​ກ່ຽວ​ກັບ​ບັນ​ຫາ​ນິ​ວ​ເຄຼຍ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

     ວັນທີ 6 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບອີຣານຖ້າຫາກປະເທດນີ້ຢາກດຳເນີນການເຈລະຈາ ແລະ ຕີລາຄາວ່າ ປະເທດ ສາທາລະນະ ອິດສະລາມນີ້ພວມອ່ອນແອລົງພາຍຫຼັງທີ່ອາເມລິກາຮັດແໜ້ນບັນດາຄຳສັ່ງລົງໂທດສຳລັບ ເຕເຮຣານ. ຄຳຖະແຫຼງ ດັ່ງກ່າວຖືກທ່ານ Trump ຍົກອອກມາພາຍຫຼັງການເຈລະຈາກັບຄູ່ຕຳແໜ່ງ ຝລັ່ງ ທ່ານ Emmanuel Macron ເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນ ຍົກພົນຂຶ້ນບົກ D-Day ຂອງສຳພັນທະມິດຢູ່ພາກເໜືອຂອງຝລັ່ງໃນສົງຄາມໂລກຄັ້ງທີ II. ເຖິງຢ່າງໃດກໍ່ຕາມ, ທ່ານ ປະທານາທິບໍດີ Donald Trump ໄດ້ເນັ້ນໜັກວ່າ ອາເມລິກາ ແລະ ອີຣານຈະດຳເນີນການເຈລະຈາດ້ວຍເງື່ອນໄຂທີ່ວ່າ ອີຣານ ບໍ່ຖືກຳມະສິດອາວຸດນິວເຄຼຍ. ຕາມທ່ານ ປະທານາທິບໍດີ Donald Trump ແລ້ວ, ເຖິງວ່າເລື່ອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍເຮັດແລ້ວໃຫ້ບັນດາການນຳສະຫະພາບເອີລົບບໍ່ພໍໃຈກໍ່ຕາມ, ແຕ່ ອາເມລິກາ ແລະ ຝລັ່ງບໍ່ມີຄວາມແຕກຕ່າງກັນກ່ຽວກັບວິທີການແກ້ໄຂເອກະສານນິວເຄຼຍ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ