ອາເມລິກາມີຄວາມວິຕົກກັງວົນຕໍ່ແຜນການກໍ່ສ້າງຂອງຈີນຢູ່ທະເລຕາເວັນອອກ

ອາເມລິກາມີຄວາມວິຕົກກັງວົນຕໍ່ແຜນການກໍ່ສ້າງຂອງຈີນຢູ່ທະເລຕາເວັນອອກ - ảnh 1
ອາເມລິກາມີຄວາມວິຕົກກັງວົນຕໍ່ແຜນການ
ກໍ່ສ້າງຂອງຈີນຢູ່ທະເລຕາເວັນອອກ
(ພາບປະກອບ: CSIS)


​(vovworld) - ພາຍຫຼັງ​ທີ່ຈີນ ​​ແຈ້ງ​ໃຫ້​ຮູ້ແຜນການກໍ່ສ້າງ, ຖົມ​ດິນ​ເປັນ​​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ຈະສຳ​ເລັດໃນ​ຊຸມ​ມື້​ຈະ​ມາ​ເຖິງ, ​ໃນ​ທັນທີ ​ເມ​ລິ​ກາ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ. ​ໃນ​ຖະ​ແຫຼງການ​ໃນ​ວັນ​ທີ 16/06, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ແຜນການ​ແກ້​ໄຂ​ຂອງ​ຈີນ “ບໍ່​ປະກອບສ່ວນ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ໜູນ​ຊ່ວຍ​ເລື່ອງ​ຍົກ​ອອກ​ບັນດາ​ມາດ​ຕະການ​ສັນຕິພາບ ​ແລະ ການ​ທູດ ຫຼື​ ຊ່ວຍ​ປັບປຸງ​ບັນດາ​ຄຳຖະ​ແຫຼ​ງອະທິປະ​ໄຕ​ທີ່​ກໍ່​ຄວາມ​ໂຕ້​ຖຽງກັນຂອງ​ປັກ​ກິ​ງ”. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ, ພາຍຫຼັງ​ຈີນ ຢືນຢັນ ຈະ​ສ້າງສຳ​ເລັດ​ບາງ​ກິດຈະກຳຍ່ອຍ​ກໍ່ສ້າງ​ເກາະ​ທຽມ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ ຂອງ​ຫວຽດນາມ ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງປະ​ເທດ​ນີ້​ຢືດຄອງຢ່າງ​ຜິດ​ກົດໝາຍ. ​ໃນ​ບັນດາ​ກິດ​ຈະກຳ​ຍ່ອຍນັ້ນມີ​ບັນດາ​ກິດຈະກຳ​ທີ່​ນຳ​ໃຊ້​ເພື່ອ​ຈຸດປະສົງ​ການ​ທະຫານ. ຈີນ ປະກາດ​ວຽກ​ງານ​ກໍ່ສ້າງ​ຂອງ​ປະ​ເທດ​ນີ້​ທີ່ຢູ່​ໝູ່​ເກາະ​ເຈື່ອງ​ຊາ ​ແມ່ນ “ຖືກ​ຕາມກົດໝາຍ, ​ເໝາະ​ສົມ ​ແລະ ​ຊອບ​ທຳ”. ທັດສະນະ​ດັ່ງກ່າວບໍ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະ​ເທດ​ອື່ນ, ​ໃນ​ນັ້ນ​ມີ​ຫວຽດນາມ, ຟິລິບ​ປີນ, ມາ​ເລ​ເຊຍ, ​ເຊິ່ງ​ແມ່ນບັນດາ​ປະ​ເທດ​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ມີ​ການ​ຂັດ​ແຍ້​ງອະທິປະ​ໄຕ​ກັບ​ຈີນ.

ຂ່າວ/ບົດ​ອື່ນ