ອາເມລິກາມີຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຫຼາຍກວ່າໝູ່ໃນໂລກ

(VOVWORLD) -ໄລ່ຮອດຕອນບ່າຍວັນທີ 26 ມີນາ, ອາເມລິກາ ມີ 82.000 ຄົນຕິດເຊື້ອໄວຣັດ SARS- CoV-2, ລື່ນກາຍອີຕາລີ ແລະ ຈີນ ກາຍເປັນຈຸດຮ້ອນເຮັ່ງທີ 1 ຂອງໂລກ.
ອາເມລິກາມີຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຫຼາຍກວ່າໝູ່ໃນໂລກ - ảnh 1 (ພາບປະກອບ)

ຈຳນວນຜູ້ເສຍຊີວິດຢູ່ອາເມລິກາ ເພີ່ມຂຶ້ນປະມານ 150 ຄົນໃນມື້ໜຶ່ງຂຶ້ນເປັນ 1.200 ຄົນ, ໃນຂະນະນັ້ນ ມີພຽງ 620 ຄົນໄດ້ຮັບການປິ່ນປົວຫາຍດີເທົ່ານັ້ນ. ນິວຢອກ ສືບຕໍ່ແມ່ນລັດມີອັດຕາຜູ້ຕິດໂລກລະບາດສູງທີ່ສຸດຢູ່ອາເມລິກາ ດ້ວຍ 37.000 ຄົນ ແລະ ໄດ້ຮັບການຄາດຄະເນວ່າຈະເພີ່ມຂຶ້ນຢ່າງວ່ອງໄວໃນ 2 – 3 ວັນຈະມາເຖິງ.

        ກ່າວຄຳເຫັນທີ່ກອງປະຊຸມຂ່າວຮ່ວມກັບກຸ່ມສະເພາະກິດປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ໃນວັນທີ 26 ມີນາ, ທ່ານປະທານາທິບໍດີ Donald Trump, ໄດ້ຂອບໃຈລະຫວ່າງພັກລັດຖະສະພາສູງໄດ້ຮັບຮອງເອົາບ້ວງເງິນທີ່ມີມູນຄ່າ 2.000 ຕື້ USD, ພ້ອມກັນນັ້ນກໍ່ຫວັງວ່າ ຮ່າງກົດໝາຍນີ້ກໍ່ຈະໄດ້ຮັບການຮັບຮອງເອົາທີ່ສະພາຕ່ຳໂດຍໄວ.

        ແລະກໍ່ໃນວັນດຽວັນ, ທ່ານປະທານາທິບໍດີ Donald Trump ໄດ້ປະກາດສະພາບໄພພິບັດຂອງລັດ North Carolia ແລະ ມາຮອດປະຈຸບັນໄດ້ມີ 8 ລັດຂອງອາເມລິກາ ປະກາດສະພາບໄພພິບັດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ