ອາເມລິກາມີປະຕິກິລິຍາຢ່າງແຮງຕໍ່ຄວາມຕັ້ງໃຈນຳໃຊ້ການທະຫານຢູ່ທະເລຕາເວັນອອກຂອງຈີນ

ອາເມລິກາມີປະຕິກິລິຍາຢ່າງແຮງຕໍ່ຄວາມຕັ້ງໃຈນຳໃຊ້ການທະຫານຢູ່ທະເລຕາເວັນອອກຂອງຈີນ - ảnh 1
ຮູບຖ່າຍຈາກດາວທຽມສະແດງໃຫ້ເຫັນລູກສອນໄຟ
ໃນຝັ່ງທະເລ ຟູ໋ເລີມ
(ພາບ: IMAGESAT INTERNATIONAL.)

(vovworld) –  ສຳນັກ​ຂ່າວສານ Fox News ຂອງ ​ອາ​ເມ​ລິ​ກາ ​ໄດ້​ແນະນຳຮູບ​ຖ່າຍ​ຈາກ​ດາວທຽມພົນລະ​ເຮືອນ ImageSat International (ISI) ​ໃຫ້​ຮູ້​ວ່າ: ວັນ​ທີ 14/2 ຜ່ານ​ມາ, ກອງທັບ ຈີນ ​ໄດ້​ສົ່ງ​ລະບົບ​ລູກ​ສອນ​ໄຟ​ໜ້າດິນ​ຕ້ານ​ເທິງ​ອາ​ກາດ​ທີ່ທັນ​ສະ​ໄໝ​​ເຖິງ​ເກາະ ຟູ່໋ເລີມ, ຂຶ້ນ​ກັບ​ໝູ່​ເກາະ ​ຮ່ວາງ​ຊາ​ຂ​ອງ ຫວຽດນາມ. ວັນ​ທີ 17/2, ບັນດາ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອາ​ເມ​ລິ​ກາ ​ໄດ້​ມີ​ປະຕິກິ​ລິ​ຍາ​ຕໍ່​ແຫຼ່ງຂ່າວ​ດັ່ງກ່າວ.

        ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມລິ​ກາ John Kerry ​ເນັ້ນ​ໜັກ​ວ່າ: ​ເລື່ອງປອດ​​ການ​ທະຫານ​ແມ່ນ​ມາດ​ຕະຖານ​ລວມ​ຕ້ອງ​ໄດ້​ຮັບ​ການ​ນຳ​ໃຊ້​ສຳລັບ​ທຸກໆ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ທ່ານ Kerry ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊ​ິ່ງຕໍ່ໜ້າ​ການ​ຜັນ​ແປ​ນີ້ ​ແລະ ​ໃຫ້​ຮູ້​ວ່າ ​​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ ອາ​ເມ​ລິ​ກາ ຈະ​ໂອ້​ລົມ “ຢ່າງ​ເຄັ່ງຄັດ” ກັບ ຈີນ​ກ່ຽວ​ກັບ​ບັນຫາ​ນີ້.

        ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Mark Toner ກໍ​ກ່າວ​ເຕືອນວ່າ​ຖ້າ​ຫາກ ຈີນ ຜັນ​ຂະຫຍາຍ​ລູກ​ສອນ​ໄພ​ຢູ່​ເກາະ ຟູ໋​ເລີມ ຈະ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ. ​ໃນຂະນະ​ນັ້ນ, ​ໂຄສົກທຳນຽບຂາວ Josh Earnest ກໍ່ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ກ່ຽວຂ້ອງ​​ເຮັດ​ແຈ້ງວ່າ​ບັນດາ​ຄຳ​ຮຽກຮ້ອງ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​ແມ່ນ​ຕ້ອງອີງ​ໃສ່​ກົດໝາຍ​ສາກົນ ​ແລະ ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນ​ຕິ​ວິທີ.


ຂ່າວ/ບົດ​ອື່ນ