ອາເມລິກາມອບສົ່ງກ່ຳປັ່ນລາດຕະເວນທະເລ 6 ລຳໃຫ້ຕຳຫຼວດທະເລ ຫວຽດນາມ

(VOVWORLD) - ເລື່ອງມອບສົ່ງບັນດາກ່ຳປັ່ນລາດຕະເວນນີ້ໄດ້ສະແດງໃຫ້ເຫັນການຮ່ວມມືນັບມື້ນັບເລິກເຊິ່ງໃນຂົງເຂດປະຕິບັດກົດໝາຍວ່າດ້ວຍການເດີນທະເລ, ການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບບົນທະເລ ແລະ ຮ່ວມມືໜູນຊ່ວຍມະນຸດສະທຳໃນການເດີນເຮືອໃນເຂດທະເລ ແລະ ເຂດເສດຖະກິດພິເສດຂອງ ຫວຽດນາມ

ອາເມລິກາມອບສົ່ງກ່ຳປັ່ນລາດຕະເວນທະເລ 6 ລຳໃຫ້ຕຳຫຼວດທະເລ ຫວຽດນາມ - ảnh 1

 ອາເມລິກາມອບສົ່ງກ່ຳປັ່ນລາດຕະເວນທະເລ 6 ລຳໃຫ້ຕຳຫຼວດທະເລ ຫວຽດນາມ

(ພາບ: Vietnamnet)

ວັນທີ 22 ພຶດສະພາ, ທ່ານ Ted Osius, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ມອບສົ່ງກ່ຳປັ່ນລາດຕະເວນທະເລ Metal Shark 45 – foot (ເທົ່າກັບ 14 ແມດ) 6 ລຳໃຫ້ຕຳຫຼວດທະເລ ຫວຽດນາມ ຢ່າງເປັນທາງການຢູ່ ກວາງນາມ, ເຂດ 2, ຮັບຮູ້ບາດກ້າວສຳຄັນໃນການເປີດກ້ວາງການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ ອາເມລິກາ ແລະ ຫວຽດນາມ ຕື່ມອີກ. ເລື່ອງມອບສົ່ງບັນດາກ່ຳປັ່ນລາດຕະເວນນີ້ໄດ້ສະແດງໃຫ້ເຫັນການຮ່ວມມືນັບມື້ນັບເລິກເຊິ່ງໃນຂົງເຂດປະຕິບັດກົດໝາຍວ່າດ້ວຍການເດີນທະເລ, ການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບບົນທະເລ ແລະ ຮ່ວມມືໜູນຊ່ວຍມະນຸດສະທຳໃນການເດີນເຮືອໃນເຂດທະເລ ແລະ ເຂດເສດຖະກິດພິເສດຂອງ ຫວຽດນາມ. ບັນດາກ່ຳປັ່ນລາດຕະເວນນີ້ຈະໜູນຊ່ວຍໃຫ້ຕຳຫຼວດທະເລ ຫວຽດນາມ ເຂດ 2 ໃນການເຄື່ອນໄຫວລາດຕະເວນລະຫວ່າງແຄມຝັ່ງທະເລ ແລະ ປະຕິບັດກົດໝາຍກ່ຽວກັບການຄ້າເຖື່ອນ, ການຄ້າຂາຍຜິດກົດໝາຍ, ໂຈນສະລັດ ແລະ ບັນດາກໍລະນີປຸ້ນຈີ້ີກ່ຳປັ່ນທີ່ມີອາວຸດ, ແລະ ການຈັບຫາປາຜິດກົດໝາຍ. ພາຍຫຼັງພິທີມອບສົ່ງ, ຕຳຫຼວດທະເລ ຫວຽດນາມ ຈະເລີ່ມດຳເນີນການເຄື່ອນໄຫວບຳລຸງສ້າງ ແລະ ນຳກ່ຳປັ່ນເຂົ້າເຄື່ອນໄຫວຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ