ອາເມລິກາຢຸດຕິການຂາຍລະເບີດພວງໃຫ້ອາຣັບບີຊະອຸດິ

ອາເມລິກາຢຸດຕິການຂາຍລະເບີດພວງໃຫ້ອາຣັບບີຊະອຸດິ - ảnh 1
ລະ​ເບີດ​ພວງ (ພາບ: scmp.com)

(vovworld) - ອຳນາດ​ການ​ປົກຄອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້ປິດ​ລ້ອມ​ບັນດາການ​ຄ້າຂາຍ​ລະ​ເບີດ​ພວງ​ໃຫ້ ອາຣັບບີ ຊະ​ອຸ​ດິ ​ໃນ​ສະພາບ​ການ​ທີ່​ມີ​ຂ້ໍ​ມູນ​ຂ່າວກ່ຽວ​ກັບ​ເລື່ອງ​ນຳ​ໃຊ້​ອາວຸດ​ນີ້ ​ເຮ​ັດ​ໃຫ້ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ຢູ່ ​ເຢ​ແມນ​ ​ເພີ່ມ​ຂຶ້ນ. ວັນ​ທີ 28/05 ວາລະສານ “Foreign Policy” ​ໄດ້ຄັດ​ຄຳ​ເວົ້າຂອງ​ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​​ໂດຍໃຫ້​ຮູ້​ວ່າ: ທຳນຽບຂາວ ​​ໄດ້​ຢຸດຕິ​ການ​ມອບ​ສົ່ງ​ອາວຸດ​ນີ້ ​ໃຫ້ ອາຣັບບີ ຊະ​ອຸ​ດິ ​ ​ເພື່ອໜູນ​ຊ່ວຍ​ປະ​ເທດ​ນີ້ ​ໃນ​ການ​ຕໍ່ສູ້​ກັບພວກ​ກະບົດ​ຊາວ Shiite ຢູ່ ​ເຢ​ແມນ. ລະ​ເບີດ​ພວງ​ແມ່ນ​ອາວຸດ​ທີ່​ມີຄວາມ​ສາມາດ​ດັບ​ສູນ​ໃນ​ເນື້ອ​ທີ່​ກ້ວາງ​ຂວາງ ບັນດາ​ອົງການ​ຄຸ້ມ​ຄອງ​ສິດທິ​ມະນຸດ​ໂລກ ຖື​ເລື່ອງ​ນຳ​ໃຊ້​ລະ​ເບີດ​ພວງ​ໃນ​ສົງຄາມ​ແມ່ນ​ການ​ກະທຳປອດ​ລັກສະນະ​ມະນຸດ ​ແລະ ພວມ​ຂົນ​ຂວາ​ຍ​ເກືອດ​ຫ້າມອາວຸດ​ນີ້.

ຂ່າວ/ບົດ​ອື່ນ