ອາເມລິກາ-ລັດເຊຍ: ເຫັນດີແລກປ່ຽນຂໍ້ ມູນຂ່າວສານກ່ຽວກັບ ສະພາບຊາຍແດນຢູແກຼນ


 ອາເມລິກາ-ລັດເຊຍ: ເຫັນດີແລກປ່ຽນຂໍ້ ມູນຂ່າວສານກ່ຽວກັບ ສະພາບຊາຍແດນຢູແກຼນ - ảnh 1

(ພາບ: Reuters)

(vovworld)- ​ ວັນ​ທີ 8/11, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ວໍ​ຊິງ​ຕັນ ​ແລະ ມົດ​ສະ​ກູ ​ເຫັນ​ດີ​ຈະ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ຊາຍ​ແດນ​ຢູ​ແກຼນ-ລັດ​ເຊຍ. ທ່ານ John Kerry ຊີ້​ແຈ້ງວ່າ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ບາງ​ຢ່າງ​ກ່ຽວ​ກັບ​ຢູ​ແກຼນ ​ແຕ່​ໄດ້​ເຫັນ​ດີ​ຈະ ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ຊາຍ​ແດນ​, ພ້ອມ​ທັງ​ຈະ​ສືບ​ຕໍ່​​ເຈລະຈາ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ. ທ່ານ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ວ່າ ບັນດາຝ່າຍ​​ປະ​ທະ​ກັນ​ຢູ່​ທີ່​ນີ້​ຍັງ​ຄົງປະຕິບັດຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ພາກ​ຕາ​ເວັນ​ຕົກ​ຢູ​ແກຼນ.

   ສ່ວນ​ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດລັດ​ເຊຍ ຖື​ວ່າ,  ​ເລື່ອງ​ອາ​ເມ​ລິ​ກາ ​ເຂົ້າຮ່ວມ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ພາກ​ຕາ​ເວັນ​ຕົກ​ຢູ​ແກຼນ ຈະ​ແມ່ນ “ບາດກ້າວ​ເດີນ​ຖຶກທິດ“. ທ່ານ​ຖືວ່າ, ອາ​ເມ​ລິ​ກາ ​ຄວນກະທົບ​ເຖິງ​ການ​ນຳ​ຢູ​ແກຼນ ​ເພື່ອ​ໃຫ້​ເຂົາ​ເຈົ້າບໍ່​ເຊື່ອມ​ຕໍ່​ການ​ປະ​ທະ​ກັນ​ຮອບດ້ານ​ກັບ​ກຳລັງ​ຮຽກຮ້ອງ​ເອກະລາດ​ຢູ່​ພາກ​ຕາ​ເວັນ​ຕົກ. ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ແລະ ຄູ່​ຕຳ​ແໜ່​ງລັດ​ເຊຍ, ທ່ານ Sergei Lavrov ​ໄດ້​ພົບ​ປະກັນ​ຢູ່​ປັກ​ກິ​ງ ກ່ອນ​ກອງ​ປະຊຸມ​ຂັ້ນສູງເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ-​ປາຊີ​ຟິກ (ອາ​ເປັກ) ຊື່​ງຄາດວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 10-11/11 ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ