ອາເມລິກາ,ລັດເຊຍບັນລຸຄວາມຄືບໜ້າໃນກາປຶກສາຫາລືກ່ຽວກັບການຫຼິກລ້ຽງການປະທະກັນຢູ່ຊີຣີ

ອາເມລິກາ,ລັດເຊຍບັນລຸຄວາມຄືບໜ້າໃນກາປຶກສາຫາລືກ່ຽວກັບການຫຼິກລ້ຽງການປະທະກັນຢູ່ຊີຣີ - ảnh 1
(ພາບປະກອບ: The National Interest)

(vovworld) – ທຳນຽບ 5 ​ແຈ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ບັນລຸ​ໄດ​້ “ຄວາມ​ຄືບ​ໜ້າ” ​ໃນ​​ການ​ເຈລະຈາຕັ້ງ​ຕ່າງໆ ​ເມື່ອວັນ​ທີ 10/10, ​ເພື່ອ​ແນ​ໃສ່​ສະ​ກັດກັ້ນການ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ 2 ຝ່າຍ​ໃນ​ເຂດ​ນ່ານຟ້າຂອງ​ຊີ​ຣີ. ​​ແຈ້ງ​ການ​ສະບັບໜຶ່ງ​ໃນ​ວັນ​ທີ 10/10, ທ່ານ​ເລຂາ​ດ້ານ​ການ​ຂ່າວຂອງທຳນຽບ 5 ​ແຈ Peter Cook ຊີ້​ແຈ້ງວ່າ: ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ​ໄດ້​ສຸມ​ໃສ່​ປຶ​ກສາ​ຫາລື​ບັນດາ​ມາດ​ຕະການ​​ເຊິ່ງ​ເຮືອບິນ​ຂອງ​ລັດ​ເຊ​ຍ ​ແລະ ທະຫານ​ປະສົມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ອາດ​ນຳ​ໃຊ້ ​ເພື່ອ​ແນ​ໃສ່​ຮັບປະກັນຄວາມ​ປອດ​ໄພ​ໃນ​ການ​ເຄື່ອນ​ໄຫ​ວທາງ​ອາກາດ​ຢູ່​ເຂດ​ນ່ານຟ້າ​ຂອງ​ຊີຣີ ໃນ​ບັນດາ​ກາ​ນບຸກ​ໂຈມຕີ​ທາງ​ອາກາດ​ແນ​ໃສ່​ເປົ້າ​ໝາຍ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດສລາມ IS ​ອ້າງ​ຊື່​​ເອງ. ການ​ເຈລະຈາ​ໂດຍ​ກົງ​ຜ່ານ​​ເຄືອ​ຂ່າຍ​ອີ​ນ​ເຕີ​ແນ​ດ​ແກ່​ຍາ​ວ​ເປັນ​ເວລາ 90 ນາທີດັ່ງກ່າ​ວ ຖືກ​ຈັດ​ຂຶ້ນ​ພາຍຫຼັງ​ເກີດ​ເຫດ​ບັນດາ​ເຮືອ​ບິນ​ລັດ​ເຊຍ ບິນ​ໃກ້​ກັບ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ລິ​ກາ ​ແລະ ກອງທັບ​ອາ​ເມ​ລິ​ກາ ຕ້ອງ​ປ່ຽນທິດ​ບາງ​ຖ້ຽວບິນ​ເພື່ອ​ຫຼິກລ້ຽງ​ຖືກຕຳ​ກັນ.

ຂ່າວ/ບົດ​ອື່ນ