ອາເມລິກາ,ລັດເຊຍມານະພະຍາຍາມຟື້ນຟູຄຳສັ່ງຢຸດຍິງຢູ່ຊີຣີ

ອາເມລິກາ,ລັດເຊຍມານະພະຍາຍາມຟື້ນຟູຄຳສັ່ງຢຸດຍິງຢູ່ຊີຣີ - ảnh 1
ເຮືອນຊານຖືກເປແພຢູ່ນະຄອນ Aleppo
(ພາບ: AFP/TTXVN)

(vovworld) – ວັນ​ທີ 29/4, ທຳນຽບຂາວ ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ​ແລະ ລັ​ດ​ເຊຍ ມານະ​ພະຍາຍາມ​ຟື້ນ​ຟູ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີ, ທີ່​ຖືກ​ລະ​ເມີດ​ຢ່າງ​ຕໍ່​ເນື່ອງ​ໃນ​ຊຸມ​ວັນ​ຜ່ານ​ມາ​ດ້ວຍການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດຫຼາຍ​ຄັ້ງ​ເຮັດ​ໃຫ້​ນັບ​ຮ້ອຍ​ຄົນ​ຖືກ​ເສຍ​ຊີວິດ ​ແລະ ຮັບ​ບາດ​​ເຈ​ັບຢູ່​ນະຄອນ Aleppo, ​ໃນ​ພາກ​ເໜືອ ຊີຣີ. ​ໂຄສົກ​ທຳ​ນຽບຂາວ Josh Earnest ​ໃຫ້​ຮູ້​ວ່າ: ບັນດາ​ການລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ເພີ່ມ​ຂຶ້ນ ພວມ​ທຳລາຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຍູ້​​ໄວ​ການ​ເຈລະ​ຈາ​ດ້ານ​ການ​ເມື​ອງກ່ຽວ​ກັບ ຊີຣີ.

      ກ່ອນ​ໜ້າ​ນັ້ນ, ສຳນັກ​ຂ່າວສານ RIA ຂອງ​ລັດ​ເຊຍ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ “ກົນ​ໄກ​ຢຸດ​ຍິງ” ຢູ່ ຊີຣີ ​ໃນ​ຕອນ​ທຽງຄືນ​ວັນ​ທີ 29/4 (ຕາມ​ເວລາ ຊີຣີ), ​ໄດ້​ຮັບ​ການ​ໝູນ​ໃຊ້​ຢູ່​ບັນດາ​ສະຖານ​ທີ່ຢູ່ Latakia ​ແລະ ບັນດາ​ເຂດ​ຊານ​ນະຄອນ Damascus. ກໍ່​ໃນ​ຄວາມ​ມານະ​ພະຍາຍາມ​​ແກ້​ໄຂ​ການ​ປະ​ທະ​ກັນ, ​ໃນ​ວັນ​ດຽວ​ກັນ, ທ່ານ Sergei Lavrov, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດ ລັດ​ເຊຍ ​ແລະ ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ John Kerry ​ໄດ້​​ໂອ້​ລົມ​ທາງ​ໂທລະສັບ​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ປັບປຸງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.



ຂ່າວ/ບົດ​ອື່ນ