ອາເມລິກາລະດົມທຸກຄວາມມານະພະຍາຍາມເພື່ອສະກັດກັ້ນ ແລະ ຄວບຄຸມ Covid – 19

(VOVWORLD) -ວັນທີ 11 ມີນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີບົດກ່າວປາໄສກ່ຽວກັບບັນດາມາດຕະການເພື່ອຮັບມືກັບໂລກພະຍາດ Covid-19 ກໍ່ຄືຜົນສະທ້ອນຂອງໂລກລະບາດທີ່ມີຕໍ່ປະເທດອາເມລິກາ.

ອາເມລິກາລະດົມທຸກຄວາມມານະພະຍາຍາມເພື່ອສະກັດກັ້ນ ແລະ ຄວບຄຸມ Covid – 19 - ảnh 1

 ທ່ານປະທານາທິບໍດີ D.Trump

(ພາບ: Taking points memo/vov.vn)

ໃນບົດກ່າວປາໄສຕອນຄ່ຳວັນທີ 11 ມີນາ, ທ່ານປະທານາທິບໍດີ D.Trump ຢືນຢັນວ່າ, ອາເມລິກາ ຈະເຮັດໃຫ້ໄພນາບຂູ່ຂອງ Covid-19 ຫຼຸດລົງ. ທ່ານD.Trump ຢືນຢັນວ່າ, ອາເມລິກາກໍ່ຖະແຫຼງຢຸດຕິທຸກການເຄື່ອນໄຫວໄປມາຈາກເອີລົບ ມາ ອາເມລິກາ ໃນຮອບເວລາ 30 ວັນ ແລະ ຂໍ້ຕົກລົງດັ່ງກ່າວຈະເລີ່ມມີຜົນສັກສິດນັບແຕ່ກາງຄືນວັນທີ 13 ມີນາ. ເຖິງຢ່າງໃດກໍ່ຕາມ, ຄຳສັ່ງຫ້າມດັ່ງກ່າວຈະບໍ່ຈັດວາງໃສ່ອັງກິດ.

        “ບັນດາຂໍ້ຈຳກັດດັ່ງກ່າວຈະໄດ້ດັດປັບໂດຍອີງໃສ່ເງື່ອນໄຂຕົວຈິງ. ຈະມີການຍົກເວັ້ນໃຫ້ພົນລະເມືອງອາເມລິກາ ບາງຄົນ, ບັນດາຜູ້ໄດ້ກວດອາການສຸຂະພາບຖືກຕາມຂໍ້ກຳນົດ. ບັນດາຂໍ້ຈຳກັດບໍ່ພຽງແຕ່ນຳໃຊ້ສຳລັບສິນຄ້າ ແລະ ການຄ້າເທົ່ານັ້ນ, ຫາກນັບທັງທຸກສິ່ງທຸກຢ່າງສົ່ງເຂົ້າອາເມລິກາຈາກເອີລົບອີກດ້ວຍ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ຕິດຕາມສະພາບການຢູ່ຈີນ ແລະ ສ.ເກົາຫຼີ ຢ່າງເຂັ້ມງວດ. ຖ້າຫາກສະພາບການຢູ່ບັນດາປະເທດດັ່ງກ່າວໄດ້ຮັບການປັບປຸງ, ອາເມລິກາ ຈະຕີລາຄາຄືນບັນດາຂໍ້ຈຳກັດ ແລະ ຄຳກ່າວເຕືອນທີ່ພວມປະຕິບັດ ເພື່ອຍົກເລີກໂດຍໄວ”.

ຕອບກັບ

ຂ່າວ/ບົດ​ອື່ນ