ອາເມລິກາລາຕີນເພີ່ມທະວີການເຊື່ອມໂຍງແລະສາມັກຄີ

ອາເມລິກາລາຕີນເພີ່ມທະວີການເຊື່ອມໂຍງແລະສາມັກຄີ - ảnh 1
(ພາບ​ປະ​ກອບ: importantcool.com)

(vovworld) –​ ກອງ​ປະ​ຊຸມ​ສຸດ​ຍອດ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ ແລະ ເຂດ ດາ​ຣີ​ເບ (CELAC) ​ຖືກດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ Quito ຂອງ Ecuador, ໃນ​ວັນ​ທີ 27/01, ດ້ວຍ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ປະ​ມຸກ​ລັດ 22 ປະ​ເທດ​ຂອງ 33 ປະ​ເທ​ດ​ສະ​ມາ​ຊິກ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຄື ​ການ​ຕໍ່​ສູ້​ຕ້ານ​ໄພ​ອຶດ​ຫິວ​ທຸກ​ຍາກ ແລະ ຂາດ​ຄວາມ​ສະ​ເໝີ​ພາບ; ເພີ່ມ​ທະ​ວີ​ຄຸນ​ນະ​ພາບ​ການ​ສຶກ​ສາ ແລະ ກໍ່​ສ້າງ; ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ… ນອກນັ້ນ, ບັນ​ດາ​ບັນ​ຫາ​ຄື​ການ​ສ້າງ​ຕັ້ງ​ຄະ​ນະ​ນັກ​ສັງ​ເກດ​ການ​ຂອງ CELAC ​ພ້ອ​ມ​ກັບ​ສະ​ຫະ​ປະ​ຊາ​ຊາດເຂົ້າ​ຮ່​ວມການ​ຕິດ​ຕາມກວດ​ກາ​ວິ​ວັດ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ຢຸດ​ຍິງ 2 ຝ່າຍ ແລະ ມາດ​ຕະ​ການ​​ປອດອາ​ວຸດ​ຢູ່ Colobia, ​ການກະ​ທົບ​​ຈາກ​ເລື່ອງ​ນ້ຳ​ມັນ​ຖືກ​ຫຼຸດ​ລາ​ຄາ…

      ກອ​ງ​ປະ​ຊຸມຸ​ໄດ້​ອອກ​ຖະ​ແຫຼງ​ການ Quito, ແຜນ​ການ​ດຳ​ເນີນ​ງານ​ໃນ​ປີິ 2016 ແລະ ຖະ​ແຫຼງ​ການ​ພິ​ເສດ​ກ່ຽວ​ຄຳ​້​ປະ​ກັນ​ດ້ານ​ສະ​ບ​ຽງ​ອາ​ຫານ, ທາດ​ບຳ​ລຸງ ແລະ ລົບ​ລ້າງ​ໄພ​ອຶດ​ຫິວ​ໃນ​ປີ 2025. Ecuador ໄດ້​ມອບ​ຖາ​ນະ​ຕຳ​ແໜ່ງ​ເປັນ​ປະ​​ທານ​ໝູນ​ວຽນ​ໃຫ້​ສ.Dominica.

ຂ່າວ/ບົດ​ອື່ນ