ອາເມລິກາ,ສິງກະໂປຢັ້ງຢືນການພົວພັນຄູ່ຮ່ວມມືຕໍ່ໜ້າການທ້າທາຍດ້ານປ້ອງກັນຄວາມສະຫງົບໃນການເດີນເຮືອ

ອາເມລິກາ,ສິງກະໂປຢັ້ງຢືນການພົວພັນຄູ່ຮ່ວມມືຕໍ່ໜ້າການທ້າທາຍດ້ານປ້ອງກັນຄວາມສະຫງົບໃນການເດີນເຮືອ - ảnh 1
​ທ່ານ Vivian Balakrishnan ແລະ ທ່ານ​ນາງ Susan Rice
(ພາບ: whitehouse.gov)

(vovworld) – ວັນ​ທີ 9/6, ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ທີ່​ປຶກ​ສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ທ່ານ​ນາງ Susan Rice ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Vivian Balakrishnan, ລັດຖະມົນຕີ​ການ​ຕ່າງປະ​ເທດ ສິງກະ​ໂປ ຢູ່​ທຳ​ນຽບຂາວ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ການ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ​ໃນ​ນັ້ນ​ມີ​ການ​ທ້າ​ທາຍ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທີ່​ການ​ພົບ​ປະ, ທ່ານ​ນາງ   Susan Rice ​ແລະ ທ່ານ Balakrishnan ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການທ້າ​ທາຍຄື: ຄວາມ​ສະຫງົ​ບ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ການປະ​ເຊ​ີນໜ້າ​ກັບ​​ໄພ​ນາບ​ຂູ່​ຂອງ​ລັດທິ​ກໍ່​ການ​ຮ້າຍ ​ແລະ ຊຸກຍູ້​ຄວາມ​ວັດທະນາ​ຖາວອນ​ຜ່ານ​ການ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການຄ​້າ. ທ່ານ​ນາງ Rice ຢັ້ງຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ຂອງ ອາ​ເມ​ລິ​ກາ ທີ່ສື​ບຕໍ່​ສວມ​ບົດບາດ​ອັນ​ຍາວນານ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ດ້ວຍ​ການ​ເພີ່ມ​ທະວີ​ກາ​ນພົວພັນ​ລະຫວ່າງ ວໍ​ຊິ​ງຕັນ ​ກັບ​ບັນດາ​ຄູ່ຮ່ວມ​ມື​ຫຼັກ​ແຫຼ່ງຄື​ສິງກະ​ໂປ ​ແລະ ອາ​ຊຽນ ຜ່ານ​ຍຸດ​ທະ​ສາດ​ຂອງ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ Barack Obama ​ເພື່ອສ້າງ​ຄວາມດຸ່ນດຽງ​ຄືນ​ໃໝ່ຢູ່​ພາກ​ພື້ນ​ນີ້. ​ເຈົ້າ​ໜ້າ​ທີ່ 2 ທ່ານ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ ​ແລະ ຍຸດ​ທະ​ສາດ​ຂອງ​ສັນຍາ​ຄູ່​ຮ່ວມ​ມືຂ້າມ ປາຊີ​ຟິກ (TPP). 2 ຝ່າຍ​ຢັ້ງຢືນ​ຄືນ​ໃໝ່​ບັນດາ​ຜົນ​ປະ​ໂຫຍ​ດຍືນ​ຍົງ​ຂອງ​ການ​ພົວພັນ​ທາງດ້ວຍ​ການ​ທູດ ອາ​ເມ​ລິ​ກາ - ສິງກະ​​ໂປ​ໃນ 50 ປີ​ຜ່ານ​ມາ, ພ້ອມ​ທັງ​ຮັບ​ຮູ້​ວ່າ: ທ່ານ​ນາຍົກລັດຖະມົນຕີ ສິງກ​ະ​ໂປ ຫຼີຊຽນຫຼົງ ຈະ​ມີ​ການ​ຢ້ຽມຢາມ​ທຳນຽບຂາວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 2/8 ຈະມາ​ເຖິງ.



ຂ່າວ/ບົດ​ອື່ນ