ອາເມລິກາສົ່ງທະຫານເຖິງອີຣັກຕື່ມອີກ

ອາເມລິກາສົ່ງທະຫານເຖິງອີຣັກຕື່ມອີກ - ảnh 1
(ພາບປະກອບ: Reuters)

​(vovworld) - ດ້ວຍ​ຄວາມ​ຫວັງ​ສາມາດ​ສະກັດ​ກັ້ນ​ໄດ້​ກຳລັງ​ແຮງ​​ ຂອງ​ບັນດາ​ມື​ປືນ​ກຸ່ມລັດອິດສະ​ລາມ (IS) ​​ອ້າງ​ຊື່​​ເອງ ຢູ່​ອີຣັກ, ທ່ານ​ປະທານາທິບໍດີ​ອາ​ເມ​ລິກາ Barack Obama ​ໄດ້​ຕົກລົງ​ສົ່ງ​ທະ​ຫານ​ຕື່ມ​ອີກ 450 ຄົນ​ເຂົ້າ​ບັ້ນ​ຮົບ​ຢູ່​ປະ​ເທດ​ເຂດ​ຕາ​ເວັນ​ອອກ​ກາງ​ນີ້. ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຍົກ​ຈຳນວນ​ທະຫານ​ອາ​ເມ​ລິ​ກາ ທີ່ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕ້ານ IS ຢູ່​ອີຣັກ ຂຶ້ນ​ເຖິງ​​ເກືອບ 3.600 ຄົນ. ​ບົດບາດໜ້າທີ່​ຕົ້ນ​ຕໍ່​ຂອງ​ກຳລັງ​ທະຫານ​ເພີ່ມ​ເຕີ່ມອາ​ເມ​ລິ​ກາ ​ແມ່ນ​ຊ່ວຍ​ຝຶກ​ອົບຮົມ, ​ໃຫ້​ຄຳປຶກສາ ​ແລະ ໜູນ​ຊ່ວຍ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາ​ມສະຫງົບ​ຂອງ​ອີຣັກ ຢູ່​ຖານ​ທີ່​ໝັ້ນ​ການ​ທະຫານ​ຂຶ້ນ​ກັບ​ແຂວງ Anbar, ​ເຊິ່ງ​ເປັນ​ເມືອງ​ເອກ​ແຂວງ​ນີ້​ໄດ້ຖືກ IS ບຸກ​ໂຈມຕີຢືດຄອງ​ເມື່ອ​ເດືອນ 05 ຜ່ານ​ມາ. ນອກຈາກ​ການ​ໜູນ​ຊ່ວຍ​ບັນດາ​ກຳລັງ​ອີຣັກ ຢືດ​ເອົາບັນ​ດາ​​ເຂດ​ທີ່ IS ຢຶດຄອງ​ກ່ອນ​ນີ້​ແລ້ວ, ​​ຈຸດປະສົງຂອງ​ກຳລັງ​ທະຫານ​ເພີ່ມ​ເຕີ່​ມ​ແມ່ນ​ສະກັດ​ກັ້ນ​ບັນດາ​ມືປືນຕ່າງປະ​ເທດ​ທີ່ແຊກ​​ຊຶມ​ເຂົ້າ​ອີຣັກ ​ແລະ ຊີຣີ.

ຂ່າວ/ບົດ​ອື່ນ