ອາເມລິກາສົ່ງທະຫານໄປຍັງອີຣັກຕື່ມອີກ

ອາເມລິກາສົ່ງທະຫານໄປຍັງອີຣັກຕື່ມອີກ - ảnh 1
(ພາບປະກອບ: AFP/TTXVN)

(vovworld) –  ວັນ​ທີ 18/4, ທ່ານ Aston Carter, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ປະກາດ​ວ່າ: ປະ​​ເທດ​ນີ້​ຈະຜັນ​ຂະຫຍາຍ​ພົນທະຫານ​ໄປ​ຍັງ ອີ​ຣັກ ຕື່ມ​ອີກ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ສົ່ງ​ເຮືອບິນ​ເອລີກ​ອບ​ແຕ Apache ​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕ້ານ​ຄື​ນອົງການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ຢູ່ ອີຣັກ. ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງທ່ານ​ໜຶ່ງຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ​ ​ໃຫ້​ຮູ້​ວ່າ: ມີພົນ​ທະຫານ​ປະມານ 200 ຄົນ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​​ໄລຍະ​ຈະ​ມາ​ເຖິງ, ຍົກ​ຍອດ​ຈຳນວນ​ທະຫານ ອາ​ເມ​ລິ​ກາ ທີ່ມີໜ້າ​ຢູ່ ອີຣັກ ຂຶ້ນ​ເຖິງ​ຈຳ​ນວນ​ປະມານ 4.000 ຄົນ. ກຳລັງ​​ໃໝ່​ນີ້​ລວມມີ​ຜູ້​ທີ່​ປຶກສາ, ຄູ​​ເຝິກ, ຈຸ​ບິນ​ໜູນ​ຊ່ວຍ​ການ​ບິນ​ທົດ​ລອງ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ນອກ​ນັ້ນ, ທຳນຽບ 5 ​ແຈ​ກໍ່​ໄດ້​ສ້າງ​​ແຜນການ​ໜູນ​ຊ່ວຍ​ດ້ວຍ​ຈຳນວນ​ເງິນ 415 ລ້ານ USD ​ໃຫ້​ແກ່​ກຳລັງ​ຊາວ Kurd ​ໃນ​ສະພາບ​ການ​ອຳນາດ​ການ​ປົກຄອງ​ຊາວ Kurd ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ການ​ຂາດ​ດຸ່ນງົບປະມານ.

ຂ່າວ/ບົດ​ອື່ນ