ອາເມລິກາສົງໄສວ່າອີຣານລະເມີດມະຕິຂອງສປຊຍ້ອນທົດລອງລູກສອນໄຟນຳວິຖີ

ອາເມລິກາສົງໄສວ່າອີຣານລະເມີດມະຕິຂອງສປຊຍ້ອນທົດລອງລູກສອນໄຟນຳວິຖີ - ảnh 1
ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ Josh Earnest
(ພາບປະກອບ: THX/TTXVN)


(vovworld) – ​ວັນ​ທີ 13/10, ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ Josh Earnest ​ໃຫ້​ຮູ້​ວ່າ, ພວມ​ມີ​ບັນດາ​ສັນນານ​ຊີ້ໃຫ​້​ເຫັນ​ວ່າ ມີ​ການ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ​ດ້ວຍ​ຄວາມ​ແມ່ນຍຳ​ໃໝ່​ຂອງ​ອີຣານ ​ໄດ້​ລະ​ເມີດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ອາ​ເມ​ລິກາ​ ​ເຊື່ອ​ໝັ້ນ​ວ່າ, ​ເບິ່ງ​ຄື​ວ່າ ອີຣານ ​ໄດ້​ລະ​ເມີດ​ມະຕິ​ເລກທີ 1929 ​​ເຊິ່ງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮັບຮອງ​ເອົາ​ເມື່ອ​ປີ 2010 ຍ້ອນຫວ່າງ​ແລ້ວ​ນີ້ ອີຣານ ​ໄດ້​ດຳ​ເນີນ​ການ​ທົດ​ລອງລູກ​ສອນ​ໄຟ​ນຳ​ວິຖີຕ້ານ​ໜ້າດິນ​ໄລຍະ​​ໄກ​ໃໝ່. ​ແຕ່​ວ່າ, ທຳ​ນຽບຂາວ​ບໍ່​ກ່າວ​ປະນາມ​ການ​ກະທຳ​ດັ່ງກ່າວ​ຂອງ​ອີຣານ ​ແມ່ນ​ລະ​ເມີດ​ບັນດາ​ຂໍ້​ມາດຕາ ​ໃນ​ຂໍ້​ຕົກລົງ​ນິວ​ເຄຼຍປະຫວັດສາດ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ​ອາ​ເມລິ​ກາ, ອັງກິດ, ຝລັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ). ທຳນຽບຂາວ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ພວມ​ພິຈາລະນາ​ນຳ​ເຫດການ​ນີ້​ຂຶ້ນສະ​ເໜີຕໍ່​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ