ອາເມລິກາສືບຕໍ່ຊ່ວຍເຫລືອທາງການທະຫານລວມມູນຄ່າ 275 ລ້ານ USD ໃຫ້ແກ່ ຢູແກຼນ

(VOVWORLD) - ວໍຊິງຕັນຈະສືບຕໍ່ພ້ອມກັບ 50 ຄູ່ຮ່ວມມື ແລະ ສຳພັນທະມິດ ສະຫນັບສະຫນູນ ປະຊາຊົນ ຢູແກຼນ ແລະຈະສົມທົບກັນໃນເລື່ອງສະຫນອງກຳລັງຄວາມສາມາດປ້ອງກັນທາງອາກາດໃຫ້ແກ່ ຢູແກຼນ.

ວັນທີ 28 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ອອກແຈ້ງຂ່າວໂດຍໃຫ້ຮູ້ວ່າ ສືບຕໍ່ສະຫນອງບ້ວງຊ່ວຍເຫລືອ ລວມມີ ອາວຸດ, ລູກປືນ ແລະ ອຸປະກອນການທະຫານຈາກສາງສະສົມຂອງກະຊວງການປ້ອງກັນປະເທດ ອາເມລິກາ. ນີ້ແມ່ນບ້ວງຊ່ວຍເຫລືອອາວຸດ ແລະ ອຸປະກອນການທະຫານຄັ້ງທີ 24 ຂອງ ອາເມລິກາ ສະຫງວນໃຫ້ແກ່ ຢູແກຼນ ນັບແຕ່ເດືອນສິງຫາ ປີ 2021 ມາຮອດປະຈຸບັນ, ຍົກຍອດຈຳນວນການຊ່ວຍເຫລືອທາງການທະຫານຂອງ ອາເມລິກາ ສະຫງວນໃຫ້ແກ່ ຢູແກຼນ ນັບແຕ່ເມື່ອອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Joe Biden ຂຶ້ນກຳອຳນາດ ແມ່ນ 18,5 ຕື້ USD.

ແຈ້ງຂ່າວຂອງກະຊວງການຕ່າງປະເທດ ອາເມລິກາ ກໍ່ເນັ້ນຫນັກວ່າ: ວໍຊິງຕັນຈະສືບຕໍ່ພ້ອມກັບ 50 ຄູ່ຮ່ວມມື ແລະ ສຳພັນທະມິດ ສະຫນັບສະຫນູນ ປະຊາຊົນ ຢູແກຼນ ແລະຈະສົມທົບກັນໃນເລື່ອງສະຫນອງກຳລັງຄວາມສາມາດປ້ອງກັນທາງອາກາດໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ