ອາເມລິກາສືບຕໍ່ບຸກໂຈມຕີທາງອາກາດໃສ່ພວກກະບົດອິດສະລາມຢູ່ອີຣັກ

ອາເມລິກາສືບຕໍ່ບຸກໂຈມຕີທາງອາກາດໃສ່ພວກກະບົດອິດສະລາມຢູ່ອີຣັກ - ảnh 1
ເຮືອບິນອາເມລິກາ
photo:internet


(vovworld)- ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເມື່ອ​ວັນ​ທີ 6/9, ທະຫານ​ອາ​ເມ​ລິ​ກາ ​ໄດ້​ນຳ​ໃຊ້​ບັນດາ​ເຮືອບິນ​ສູ້​ຮົບ, ​ເຮ​ືອບິນ​ບຸກ​ໂຈມ​ຕີ ​ແລະ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ເພື່ອ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ 2 ຄັ້ງ ​ໃນ​ວັນ​ທີ 5 ​ແລະ 6/9 ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ມໍ່ກັບ​ນະຄອນ Irbil ​ເມືອງ​ເອກ​ຂອງ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຂອງ​ຊາວ Kurd ຢູ່​ພາກ​ເຫນືອ ອີຣັກ. ການ​ບຸກ​ໂຈມ​ຕີ ທາງ​ອາກາດ 2 ຄັ້ງ​ດັ່ງກ່າວ​ໄດ້​ທຳລາຍ ລົດ​ຫຸ້ມ​ເກາະ 4 ຄັນ ​ແລະ ລົດ​ເກັງ 2 ຄັນຂົນ​ສົ່ງ​ອາວຸດ​ຂອງ​ກຳລັງ ລັດ​ອິດສະ​ລາມ IS. ການ​ປະຕິບັດບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວ ​ແມ່ນ​ເພື່ອ​ປົກ​ປ້ອງ​ບັນດາ​ພາລະ​ກອນ ​ແລະ ສຳນັກງານ​ການ​ທູດ​ຂອງ ອາ​ເມ​ລິ​ກາ ຢູ່ ອີຣັກ ກໍ​ຄື​ຫນູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ​ແລະ ຊ່ວຍ​ເຫລືອ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີຣັກ ຍູ້​ແຮງ​ບັ້ນ​ຮົບ​ດັບ​ສູນ​ພວກ​ກະບົດ. ນັບ​ແຕ່​ວັນ​ທີ 8/8 ມາ​ຮອດ​ປະຈຸ​ບັນ, ກອງທັບ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ  133 ຄັ້ງ ​ໃສ່​ພາກ​ເຫນືອ ອີຣັກ.

 

ຂ່າວ/ບົດ​ອື່ນ