ອາເມລິກາ,ສປປ.ເກົາຫຼີຍັງບໍ່ທັນມີແຜນການເຈລະຈາຢູ່ນອກກອງປະຊຸມສະມັດຊາໃຫຍ່ສປຊ

(VOVWORLD) -ວັນທີ 16 ກັນຍາ, ເຈົ້າໜ້າທີ່ທ່ານໜຶ່ງສັງກັດກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ໄລ່ມາຮອດຈຸດເວລານີ້, ອາເມລິກາ ຍັງບໍ່ທັນມີແຜນການຈັດຕັ້ງບໍ່ວ່າການເຈລະຈາໃດໆກັບສປປ.ເກົາຫຼີ ຢູ່ນອກກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ເຊິ່ງພວມດຳເນີນຢູ່ນິວຢອກ, ປະເທດອາເມລິກາ ໃນທ້າຍເດືອນກັນຍາ ນີ້.

ອາເມລິກາ,ສປປ.ເກົາຫຼີຍັງບໍ່ທັນມີແຜນການເຈລະຈາຢູ່ນອກກອງປະຊຸມສະມັດຊາໃຫຍ່ສປຊ - ảnh 1 ທ່ານ Pompeo ແລະ ທ່ານ Kim Yong chol

(ພາບປະກອບ: Washington Post)

ຕາມສຳນັກຂ່າວສານ Yonhap ແລ້ວ, ເມື່ອຖືກຖາມກ່ຽວກັບຄວາມສາມາດວ່າ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Pompeo ຈະພົບປະກັບທ່ານຮອງປະທານຄະນະກຳມະການສູນກາງແຮງງານສປປ.ເກົາຫຼີ Kim Yong chol ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 37 ເຊິ່ງຈະດຳເນີນໃນທ້າຍເດືອນກັນຍານີ້ ຫຼື ບໍ່, ເຈົ້າໜ້າທີ່ໂດຍບໍ່ເຜີຍຊື່ດັ່ງກ່າວຊີ້ແຈ້ງວ່າ, ໃນປະຈຸບັນທັງ 2 ຝ່າຍຍັງບໍ່ທັນມີແຜນການລະອຽດໃດໆ. ຄາດວ່າ, ທ່ານ Kim Yong chol ຈະນຳໜ້າຄະນະຜູ້ແທນສປປ.ເກົາຫຼີ ເຂົ້າຮ່ວມເຫດການດັ່ງກ່າວ.

        ນັບທັງທ່ານ Pompeo ແລະ ທ່ານ Kim Yong chol ລ້ວນແຕ່ແມ່ນຜູ້ສວມບົດບາດສຳຄັນໃນວິວັດການເຈລະຈາລະຫວ່າງພຽງຢາງ ແລະ ວໍຊິງຕັນ ກ່ອນ ແລະ ພາຍຫຼັງກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ເມື່ອວັນທີ 12 ມິຖຸນາ ຢູ່ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ