ອາເມລິກາສົມທົບກັບຫວຽດນາມຈັດເວທີປາໄສວິສາຫະກິດອິນເດຍ-ປາຊີຟິກ 2020

(VOVWORLD) -ເວທີປາໄສແມ່ນເພື່ອແນໃສ່ຊຸກຍູ້ວິໄສທັດກ່ຽວກັບພາກພື້ນອິນເດຍ - ປາຊີຟິກ ເສລີ ແລະ ເປີດ ລວມມີບັນດາປະເທດເອກະລາດ, ເຂັ້ມແຂງ ແລະ ວັດທະນາຖາວອນ.

ອາເມລິກາສົມທົບກັບຫວຽດນາມຈັດເວທີປາໄສວິສາຫະກິດອິນເດຍ-ປາຊີຟິກ 2020 - ảnh 1ທ່ານລັດຖະມົນຕີກະຊວງການຄ້າອາເມລິກາ Wilbur Ross

(ພາບປະກອບ: AFP)

ວັນທີ 06 ກັນຍາ, ກະຊວງການຕ່າງປະເທດອາເມລິກາ ໄດ້ແຈ້ງໃຫ້ຊາບວ່າຈະພ້ອມກັບລັດຖະບານຫວຽດນາມ ຈັດຕັ້ງເວທີປາໄສວິສາຫະກິດອິນເດຍ - ປາຊີຟິກ ຄັ້ງທີ 3 ຢູ່ຮ່າໂນ້ຍ ໃນທ້າຍເດືອນ ຕຸລາ 2020. ຫ້ອງການໂຄສົກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ລັດຖະບານອາເມລິກາ ສົມທົບກັບລັດຖະບານຫວຽດນາມ, ຫ້ອງການການຄ້າອາເມລິກາ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ສະພາວິສາຫະກິດອາເມລິກາ - ອາຊຽນ ຈະອຸປະຖຳໃຫ້ແກ່ເຫດການນີ້ຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 28 – 29 ຕຸລາ ຈະມາເຖິງ. ບັນດາຜູ້ແທນທີ່ມາຈາກອາເມລິກາ ກໍ່ຈະເຂົ້າຮ່ວມຕາມຮູບແບບອອນລາຍ.

          ເວທີປາໄສແມ່ນເພື່ອແນໃສ່ຊຸກຍູ້ວິໄສທັດກ່ຽວກັບພາກພື້ນອິນເດຍ - ປາຊີຟິກ ເສລີ ແລະ ເປີດ ລວມມີບັນດາປະເທດເອກະລາດ, ເຂັ້ມແຂງ ແລະ ວັດທະນາຖາວອນ. ການນຳລັດຖະບານ ແລະ ວິສາຫະກິດຈາກອາເມລິກາ, ຫວຽດນາມ ແລະ ບັນດາປະເທດໃນພາກພື້ນອິນເດຍ - ປາຊີຟິກ ຈະປຶກສາຫາລືບັນດາຂົງເຂດພະລັງງານ ແລະ ພື້ນຖານໂຄງລ່າງ, ເສດຖະກິດດີຈີຕອນ, ການເຊື່ອມຕໍ່ຕະຫຼາດ, ຟື້ນຟູເສດຖະກິດ ແລະ ສາທາລະນະສຸກຈາກໂລກລະບາດໂຄວິດ-19….

ຕອບກັບ

ຂ່າວ/ບົດ​ອື່ນ