ອາເມລິກາສະກັດກັ້ນກົນອຸບາຍບຸກໂຈມຕີສຳນັກງານສະພາແຫ່ງຊາດ

ອາເມລິກາສະກັດກັ້ນກົນອຸບາຍບຸກໂຈມຕີສຳນັກງານສະພາແຫ່ງຊາດ - ảnh 1
ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ
(ພາບ: AFP)

(vovworld) - ວັນ​ທີ 14/1, ກະ​ຊວງ​ຍຸ​ຕິ​ທຳ ແລະ ກົມ​ສືບ​ສວນ​ສະ​ຫະ​ລັດ ອາ​ເມ​ລິ​ກາ (FBI) ໄດ້ແຈ້ງ​​ໃຫ້​ຮູ້​ວ່າ​ຜູ້​ຊາຍ​ຊາວ ອາ​ເມ​ລິ​ກາ ​ຄົນ​ໜຶ່ງຖືກ​ຈັບ​ຕົວ​ຍ້ອນ​ມີ​ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ຕາມ​​​ຮູບ​ການ​ບຸກ​ໂຈມ​ຕີຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” ອ້າງ​ຊື່​ເອງ (IS). ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າ: ​ຕົວ​ການແມ່ນ Christoper Cornell, ຖືກ​ຈັບ​ຕົວ​ພາຍຫຼັງ​ຊື້​ອາ​ວຸດ ແລະ ລູກ​ປືນ 600 ລູກ​ຢູ່ລັດ Ohio. ກະ​ຊວງ​ຍຸ​ຕິ​ທຳ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ Cornell ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ກ່າວ​ຫາ “ຊອກ​ຫາ​ວິ​ທີ​ເຂັ່ນ​ຂ້າ​ບັນ​ດາ​​ນາຍ​ທະ​ຫານ ແລະ ​ລັດ​ຖະ​ກອນ ອາ​ເມ​ລິ​ກາ” ແລະ ກຳ​ມະ​ສິດ​ອາ​ວຸດ​ເພື​່ອ​ດຳ​ເນີນ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ.

        ຕາມຄຳ​ຟ້ອງແລ້ວ, Cornell ໄດ້​ໃຫ້​ຂ່າວ​​ທາງ​ແວບ​ໄຊ​ສັງ​ຄົມ Twitter ​ດ້ວຍ​ເນື້ອ​ໃຈ​ສະ​ໜັບ​ສະ​ໜູນ IS. ​ຕົວ​ການນີ້​ໄດ້​ສົ່ງ​ຂໍ້​ຄວາມ​​ເຂົ້າ​ຖານ​ຂໍ້​ມູນ​ຂອງ FBI ​ໂດຍ​ເຕື້ອງ​ເຖິງ​ແຜນ​ການ​ບຸກ​ໂຈມ​ຕີ, ໃນ​ນັ້ນ​ເວົ້າ​ແຈ້​ງວ່າ​ຄວນ​ດຳ​ເນີນ​ສົງ​ຄາມ​ສາ​ສະ​ໜາ. Cornell ກໍ່​ເປີດເຜີຍ​​ຄວາມ​ຕັ້ງ​ໃຈບ​ຸກ​ໂຈມ​ຕີ​​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ບາງ​ທ່ານ​ຢູ່ ວໍ​ຊິງ​ຕັນ, ຍ້ອນ​ຖື​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແມ່ນ “ສັດ​ຕູ”.

 

 


ຂ່າວ/ບົດ​ອື່ນ