ອາເມລິກາສະກັດກັ້ນກົນອຸບາຍບຸກໂຈມຕີໃນໂອກາດງານບຸນຄຼິດສະມາດ

(VOVWORLD) -ວັນທີ 22 ທັນວາ, ກົມສືບສວນສະຫະລັດອາເມລິກາ (FBI) ໄດ້ຈັບຕົວ Everitt Aaron Jameson, ເຊິ່ງແມ່ນອະດີດທະຫານເຮືອທາງບົກອາເມລິກາ, ປະຈຸບັນເປັນຄົນຂັບລົດແກ່ເຄື່ອງ

ດ້ວຍບັນດາຄຳກ່າວຫາໄດ້ສ້າງແຜນການໃຫ້ເຫດບຸກໂຈມຕີ ທີ່ສ້າງແຫຼ່ງສະອອນມາຈາກອົງການ IS ຢູ່ນະຄອນ San Francisco ໃນໂອກາດງານບຸນຄຼິດສະມາດ. ຕາມບົດລາຍງານຂອງຜູ້ສືບສວນ FBI, Everitt Aaron Jameson, ອາຍຸ 26 ປີ ໄດ້ສ້າງແຜນການບຸກໂຈມຕີທ່າກ່ຳປັ່ນເລກທີ 39, ເຊິ່ງແມ່ນສະຖານທີ່ທີ່ມີຊື່ສຽງຂອງ San Francisco, ເຊິ່ງໄດ້ດຶງດູກນັກທ່ອງທ່ຽວ 10 ລ້ານຄົນຕໍ່ປີ, ແຜນການຂອງ Jameson ສັນຕິຖານຈະນຳໃຊ້ວັດຖຸລະເບີດເພື່ອບຸກໂຈມຕີກຸ່ມຄົນຢູ່ເຂດທ່າກ່ຳປັ່ນ ໃນເວລາແຕ່ວັນທີ 18 – 25 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ