ອາເມລິກາສະເໜີໜູນຊ່ວຍKenyaຕ້ານພວກກະບົດAl-Shabaab

ອາເມລິກາສະເໜີໜູນຊ່ວຍKenyaຕ້ານພວກກະບົດAl-Shabaab - ảnh 1
ພວກກະບົດ Al-Shabaab
(ພາບ: Reuters)


(vovworld) –  ວັນ​ທີ 3/5, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry  ​ໄດ້​ມາ​ຮອດ Kenya ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ບັນຫາ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ, ​ໃນ​ນັ້ນ​ມີ​ເລື່ອງ​ສະ​ເໜີ​ໜູນ​ຊ່ວຍ​ປະ​ເທດ​ນີ້​ໃນ​ການ​ຕໍ່ສູ້ຕ້ານພວກກະບົດ Al-Shabaab, ກຳ​ລັງ​ໄດ້​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີນອງ​ເລືອດຢູ່ Kenya ​ແລະ ບາງ​ສະຖານ​ທີ່​ອື່ນ​ຢູ່​ອາບຟະຣິກາ​ຕາ​ເວັນ​ອອກ. ນີ້​ແມ່ນ​ການ​ຢ້ຽມຢາມ​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ຂອງ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ມາ Kenya ນັບ​ແຕ່​ປີ 2012. ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ​ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ:  ການ​ຢ້ຽມຢາມ​ຄັ້ງ​ນີ້​ແນ​ໃສ່​​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້ການ​ພົວພັນ 2 ຝ່າຍເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ​ອີກ, ພ້ອມ​ທັງ​ກະກຽມ​ໃຫ້ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ Barack Obama ​ ​ໃນ​ທ້າຍ​ເດືອນ 7 ຈະ​ມາ​ເຖິງ.

      ຄາດ​ວ່າ, ທ່ານ Kerry ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Uhuru Kenyatta ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອື່ນ​ຂອງ Kenya. ການ​ຕໍ່ສູ້​ຕ້ານພວກກະບົດ Al-Shabaab ຢູ່ Somalia, ກຳລັງ​ທີ່​ກ່ຽວຂ້ອງ​ເຖິງ​ອົງການ​ກໍ່​ການ​ຮ້າຍ​ສາກົນ Al-Qaeda, ຈະ​ແມ່ນ​ບັນຫາ​ຕົ້ນຕໍ​ໃນ​ລາຍການ​ດຳ​ເນີນ​ງານ. ນອກຈາກ​ນັ້ນ, ທ່ານ Kerry ກໍ່​ຈະ​ປຶກສາ​ຫາລື​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດ​ເຈົ້າພາບ ກ່ຽວ​ກັບ​ວິວັດທະນາ​ການສັນຕິພາບ​ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ ພາກ​ໃຕ້ Sudan ​ແລະ ສະພາບ​ການ​ ໃຊ້​ຄວາມ​ຮຸນ​ແຮງຢູ່ Burundi.

ຂ່າວ/ບົດ​ອື່ນ