ອາເມລິກາສະໜັບສະໜູນການສ້າງຕັ້ງລັດປາແລດສຕິນ ເອກະລາດ

ອາເມລິກາສະໜັບສະໜູນການສ້າງຕັ້ງລັດປາແລດສຕິນ ເອກະລາດ - ảnh 1
ທ່ານ​ປະທານາທິບໍດີ ປາ​ແລດ​ສຕິນ Mahmoud Abbas
ແລະ ທ່ານ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບ: AFP)


(vovworld) -  ວັນ​ທີ 21/03, ທ່ານ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຢືນ​ຢືນ​ຄືນ​ໃໝ່ຄຳ​ໝັ້ນ​ສັນຍາ​ຂອງ ວໍ​ຊິງ​ເຕັນ ​ຕໍ່​ເລື່ອງ​ສ້າງ​ຕັ້ງ​ລັດ​ປາ​ແລດ​ສຕິນ ​ເອກະລາດ ​ແລະ ມີ​ອະທິປະ​ໄຕ​ພ້ອມກັບ​ອິດສຣາ​ແອນ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂ່າວ​ຮ່ວມພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ປາ​ແລດ​ສຕິນ Mahmoud Abbas ຢູ່​ນະຄອນ Ramallah ຂຶ້ນ​ກັບ​ເຂດ​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທ່ານ​ປະທານາທິບໍດີ Obama ຢືນຢັນ​ວ່າ “ປະຊາຊົນ ປາ​ແລດ​ສຕິນ ​ສົມ​ເປັນ​ລັດ​ເອກະລາດ, ມີ​ອະທິປະ​ໄຕ ​ແລະ ຢຸດຕິ​ການ​ຢືດ​ຄອງຂອງ​ອິດສຣາ​ແອນ”, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ​ການ​ເຈລະຈາ​ໂດຍ​ກົງ​ລະຫວ່າງ 2 ​ຝ່າຍ​ແມ່ນເສັ້ນທາງ​​​ເພື່ອບັນລຸ​ໄດ້​ຈຸດໝາຍ​ສ້າງ​ຕັ້ງ​ລັດ​ປາ​ແລດ​ສຕິນ. ທ່ານ Obama ຖະ​ແຫຼງວ່າ, ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຈ​ລະ​ຈາ​ສັນຕິພາບ​ລະຫວ່າງ​ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ​ເຊິ່ງພວມ​ຖືກ​ຢຸດ​ສະ​ງັກ ​ແລະ ສະ​ແດງຄວາມ “​ເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງ​ຈະມີ​ລັດ​ປາ​ແລດ​ສຕິນ ຄົງ​ຕົວ​ພ້ອມ​ກັບລັດ​ຊາວ​ຢີວ ຖ້າ​ຫາກ​ບັນດາ​ການ​ເຈລະຈາ​ໂດ​ຍກົງ​ຖື​ດດຳ​ເນີນ​ຄືນ”.

ຂ່າວ/ບົດ​ອື່ນ