ອາເມລິກາສະໜັບສະໜູນມາດຕະການແກ້ໄຂທາງການທູດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງກັບສປປ.ເກົາຫຼີ

(VOVWORLD) -ອາເມລິກາ ບໍ່ມີຜົນປະໂຫຍດໃດໃນການປ່ຽນແປງລະບອບຢູ່ສປປ.ເກົາຫຼີ ກໍ່ຄືຍູ້ໄວວິວັດການທ້ອນໂຮມສປປ.ເກົາຫຼີ ແລະ ສ.ເກົາຫຼີ ເປັນເອກະພາບ.
ອາເມລິກາສະໜັບສະໜູນມາດຕະການແກ້ໄຂທາງການທູດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງກັບສປປ.ເກົາຫຼີ - ảnh 1 (ພາບປະກອບ: Reuters)

ຄຽງຂ້າງນັ້ນ, ວໍຊິງຕັນ ພ້ອມແລ້ວທີ່ຈະເຈລະຈາກັບພຽງຢາງ, ຖ້າຫາກສປປ.ເກົາຫຼີ ກໍ່ສະແດງໃຫ້ເຫັນເຈດຕະນາດີ. ສານຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis ແລະ ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ທີ່ລົງໃນໜັງສືພິມ Wall Street Journal, ຢືນຢັນວ່າ, ວໍຊິງຕັນ ສະໜັບສະໜູນມາດຕະການແກ້ໄຂທາງການທູດໃຫ້ບັນຫາສປປ.ເກົາຫຼີ. ເຖິງຢາງໃດກໍ່ຕາມ, ມາດຕະການທາງການທູດຕ້ອງໄດ້ຮັບການປັບປຸງດ້ວຍການຄັດເລືອກດ້ານການທະຫານ. ຕາມນັ້ນແລ້ວ, ອາເມລິກາ ພ້ອມແລ້ວທີ່ຈະເຈລະຈາກັບສປປ.ເກົາຫຼີ, ແຕ່ພຽງຢາງ ກໍ່ຕ້ອງສະແດງໃຫ້ເຫັນເຈດຕະຈາດີດ້ວຍເລື່ອງຢຸດຕິການທົດລອງນິວເຄຼຍ ແລະ ລູກສອນໄຟ.

        ໃນຂະນະນັ້ນ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ວັນທີ 15 ສິງຫາ ໄດ້ໃຫ້ຂ່າວວ່າ, ການນຳປະເທດນີ້ທ່ານ Kim Jong Un ໄດ້ຮັບຟັງບົດລາຍງານກ່ຽວກັບແຜນການຍິງລູກສອນໄຟເຖິງເຂດໃກ້ກັບຜືນແຜ່ນດິນ Guam ຂອງອາເມລິກາ ຢູ່ປາຊີຟິກ. ເຖິງຢ່າງໃດກໍ່ຕາມ, ການນຳສປປ.ເກົາຫຼີ ໃຫ້ຮູ້ວ່າ ພຽງແຕ່ຍົກອອກຄຳຕັດສິນ “ສຳຄັນ” ຖ້າຫາກອາເມລິກາ ສືບຕໍ່ “ມີບັນດາການກະທຳສ່ຽງໄພອັນຕະລາຍພິເສດ” ໃນແຫຼມ ເກົາຫຼີ ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ