ອາເມລິກາສະໜັບສະໜູນຫວຽດນາມນຳໃຊ້ການ ກະທຳດ້ານນິຕິກຳໃນ ບັນຫາທະເລຕາເວັນອອກ

ອາເມລິກາສະໜັບສະໜູນຫວຽດນາມນຳໃຊ້ການ ກະທຳດ້ານນິຕິກຳໃນ ບັນຫາທະເລຕາເວັນອອກ - ảnh 1
ໂຄສົກ​ທຳນຽບຂາວ Patrick Ventrell
(ພາບ: baomoi.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/5 (ຕາມ​ເວລາ ຫວຽດນາມ), ທຳນຽບຂາວ​ຖະ​ແຫຼ​ງວ່າ: ອາ​ເມ​ລິ​ກາ ອາດ​ຈະ​ສະໜັບສະໜູນ ​ເລື່ອງ ຫວຽດນາມ ນຳ​ໃຊ້​ການ​ກະທຳ​ດ້ານ​ນິຕິ​ກຳ​ສຳລັບ ຈີນ ​ໃນ​ເຫດການ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ ​ໄຮ​ຢາງ 981 ຜິດ​ກົດໝາຍ​​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ.

    ກ່າວ​ຄຳ​ເຫັນ​ຕໍ່​ສື່​ມວນ​ຊົນ, ​ໂຄສົກ​ທຳນຽບຂາວ Patrick Ventrell ຢືນຢັນ​ວ່າ: ວໍ​ຊິງ​ຕັນ ສະໜັບສະໜູນ​ເລື່ອງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ສັນຕິພາບ ​ເພື່ອ​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເນັ້ນ​ໜັກ​ເລື່ອງ ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ​ເຄົາລົບ​ກົດໝາຍ​ສາກົນ, ພົວພັນ​ການ​ຄ້າ​ຖືກ​ຕາມ​ກົດໝາຍ​​ໂດຍບໍ່​ຖືກ​ກີດຂວາງ, ຄວາມ​ເສລີ​ການ​ເດີນ​ເຮືອ ​​ແລະ ການບິນ​ຢູ່​ບໍລິ​ເວນທະ​ເລ​ຕາ​ເວັນ​ອອກ. ວໍ​ຊິງ​ຕັນ​ສະໜັບສະໜູນ​ເລື່ອງ​ນຳ​ໃຊ້​ມາດ​ຕະການ​ດ້ານ​ການ​ທູດ ​ແລະ ບັນດາ​ມາດ​ຕະການ​ສັນຕິພາບ​ອື່ນໆ​ອີກ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ, ​ໃນ​ນັ້ນ​ມີ​ການ​ນຳ​ໃຊ້​ກຳມະການ ຫຼື​ ບັນດາ​ກົນ​ໄກ​ດ້ານ​ນິຕິ​ກຳ​ສາກົນ​ອື່ນ​ໆ.

    ​ໃນ​ສະພາບ​ການ​ກ່ຽວຂ້ອງ, ດຣ ​ໂງ​ຍືບິ່ງ, ຫົວໜ້າ​ພາກ​ພາ​ສາ ຫວຽດນາມ ຂຶ້ນ​ກັບພະ​ແນ​ກ​ອະລິຍະ​ໄທ ​ແລະ ພາສາ​ສາດ ອາຊີ ຕາ​ເວັນ​ອອກ, ມະຫາວິ​ທະຍາ​ໄລ Harvard, ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​​ເມື່ອ​ເດືອນ 1 ຜ່ານ​ມາ​ຢູ່ Harvard, ​ວົງ​ການ​ນັກ​ຊ່ຽວຊານ ​ແລະ ນັກຮຽນ​ຮູ້​ຂອງ​ຫຼາ​ຍປະ​ເທດ​ລ້ວນ​ແຕ່​ມີ​ລັກສະນະ​ບໍ່​ຍອມຮັບ “​ເສັ້ນ​ລີ້​ນງົວ” ​​ເຊິ່ງ ຈີນ ທ່ວງ​ເອົາ​ໃນ​ທະ​ເລ​ຕາ​ເວັນ​ອອກ.


 


ຂ່າວ/ບົດ​ອື່ນ