ອາເມລິກາສາຍຮູບເງົາສະເໜີເລືອກຕັ້ງ Oscar 2016ກ່ຽວກັບທາດພິດສີສົ້ມ/ດີໂອຊິນ

ອາເມລິກາສາຍຮູບເງົາສະເໜີເລືອກຕັ້ງ Oscar 2016ກ່ຽວກັບທາດພິດສີສົ້ມ/ດີໂອຊິນ - ảnh 1
(ພ​າບ​ປະ​ກອບ: Vietnam+)

 (vovworld) - ວັນ​ທີ 11/12, ດຣ. Charles Bailey, ຜູ້ອຳນວຍການ​ອົງການ​ຫົວຄິດ​ປະດິດ​ສ້າງ​ພິ​ເສດ​ ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຂອງ​ກອງ​ທຶນ Ford, ຈັດ​ຕັ້ງ​ການ​ສາຍຮູບ​ເງົາ “Chau, Beyond The Lines“ ກ່ຽວ​ກັບ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ໂດຍ ອາ​ເມ​ລິ​ກາ​ກໍ່​ຂຶ້ນ​ໃນ​ປາງ​ສົງຄາມ​ຮຸກ​ຮານ ຫວຽດນາມ, ຮູບ​ເງົາ​​ເລື່ອງ​ນີ້ ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ກວ້າງຂວາງ, ​ເພື່ອ​ແນ​ໃສ່​ ນຳ​ມາ​​ໃຫ້​ມະຫາຊົນ ອາ​ເມ​ລິ​ກາ ມີວິ​ໄສ​ທັດ​ຈະ​ແຈ້ງ​ກວ່າ ກ່ຽວ​ກັບ​ຄວາມ​ລະ​ທົມ​ທຸກ, ​ເຊິ່ງຊາວ​ຫວຽດນາມ​ຫຼາຍ​ຄົນ​ຕ້ອງ​ແບກ​ແຫບ. ຮູບ​ເງົາ​ເຕື້ອງ​ເຖິງ ​ເລ​ມິ​ງ​ເຈົາ, ​ຊາຍ​ຫວຽດນາມ​ຜູ້​ໜຶ່ງທີ່​ເກີດ​ເມື່ອ​ປີ 1991, ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ​ແຕ່​ຍັງ​ຄົງ​ພະຍາຍາມ​ປະຕິບັດ​ຄວາມ​ໄຝ່ຝັນ​ເປັນ​ຈິດຕະກອນ. ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ສິລະ​ປະ​ຮູບ​ເງົາ ອາ​ເມ​ລິ​ກາ ​ໄດ້​ເລືອກ​ຮູບ​ເງົາ​ນີ້ ​ເຂົ້າ​ໃນ​ຈຳນວນຮູບ​ເງົາ​ເອກະສານ​ທີ່​ດີ​ເດັ່ນ 10 ຮູບ​ເງົາ​ຂອງ​ລາງວັນ Oscar 2016.

        ພາຍຫຼັງການ​ສາຍຮູບ​ເງົາ, ຜູ້​ຊົມ​ທຸກ​ຄົນ​ໄດ້​ລົງ​ລາຍ​ເຊັນ​ໃນ​ຈົດໝາຍຂອງ ອົງການ​ “ຫົວຄິດ​ປະດິດ​ສ້າງ​ພິ​ເສດ​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ“ຂອງ​ກອງ​ທຶນ Ford ຮຽກຮ້ອງ​ໃຫ້​ສະພາ​ແຫ່ງ​ຊາດ​ ອາ​ເມ​ລິ​ກາ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ