ອາເມລິກາ-ສ.ເກົາຫຼີ-ຍີ່ປຸ່ນກ່າວປະນາມເຫດຍິງລູກສອນໄຟຂອງສປປ.ເກົາຫຼີ

ອາເມລິກາ-ສ.ເກົາຫຼີ-ຍີ່ປຸ່ນກ່າວປະນາມເຫດຍິງລູກສອນໄຟຂອງສປປ.ເກົາຫຼີ - ảnh 1ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອາ​ເມ​ລິ​ກາ Rex Tillerson (ກາງ) ​ຄູ່​ຕຳ​ແໜ່ງ​ຍີ່​ປຸ່ນ, ທ່ານ Fumio Kishida (ເບື້ອງ​ຊ້າຍ) ​ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ສ. ເກົາຫຼີ Yun Byung-se 
(ພາບ: TTXVN)

(vovworld) - ວັນ​ທີ 16/2, ອາ​ເມ​ລິ​ກາ, ສ. ເກົາຫຼີ ແລະ ຍີ່​ປຸ່ນ ອອກ​ຖະ​ແຫຼງ​ການ​ຮ່ວມ, ​ໃນ​ນັ້​ນ​ໄດ້​ກ່າວ​ປະ​ນາມ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ ສ​ປ​ປ ເກົາຫຼີ, ພ້ອມ​ທັງ​ຢັ້ງ​ຢ​ືນ​ວ່າ ພຽງ​ຢາງ ຈະ​ຕ້ອງ​ຮັບ​ຜິດ​ຊອບ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ຢ່າງ​ແຮງ​ກ່​ວາ​ຈາກ​ປະ​ຊາ​ຄົມ​ສາ​ກົນ ຍ້ອນ​ໄດ້​ລະ​ເມີດ​ບັນ​ດາ​ມະ​ຕິ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍ​ົກ​ອອກ​ມາ​ພາຍຫຼັງ​ການ​ພົ​ບ​ປະ​ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Rex Tillerson ພ້ອມ​ກັບ​ຄູ່​ຕຳ​ແໜ່ງ​ຂອງ ຍີ່​ປຸ່ນ, ທ່ານ Fumio Kishida ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ. ເກົາຫຼີ Yun Byung – se, ຢູ່ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ຂອງ​ໂລກ G20 ຢູ່​ນະ​ຄອນ Boon ປະ​ເທດ​ເຢຍ​ລະ​ມັນ. ຖະ​ແຫຼງ​ການ​ຮ່ວມ​ໄດ້​ຊີ້​ແຈ້ງວ່າ ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄດ້​ກ່​າວ​ປະ​ນາມ​ຢ່າງ​ຮຸນແຮງ​ທີ່​ສຸດ​ກ່ຽວ​ກັບ​ເຫດ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖ​ີ​ຂອງ ສ​ປ​ປ ເກົາຫຼີ ເມື່ອ​ວັນ​ທີ 12/2, ພ້ອມ​ທັງ​ຖື​ວ່າ ພຽງ​ຢາງ ໄດ້​ລະ​ເມີດ​ບັນ​ດາ​ມະ​ຕິ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ນອກ​ຈາກນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Rex Tillerson ​ຍັງ​ຢືນ​ຢັນ​ວ່າ ອາ​ເມ​ລິກ​າ ຈະ ນຳ​ໃຊ້​ສາງ​ອາ​ວຸດ​ຂອງ​ປະ​ເທດນີ້​ທັງ​ໝົດ, ໃນ​ນັ້ນ​ທັງ​ມີ​ອາ​ວຸດ​ນິວ​ເຄຼຍ, ເພື່ອ​ປົກ​ປັກ​ຮັກ​ສາ​​ປະ​ເທດ​ພັນ​ທະ​ມິດ ສ. ເກົາຫຼີ ແລະ ຍີ່​ປຸ່ນ ຖ້າ​ມີ​ຄວາມ​ຈຳ​ເປັນ.


ຂ່າວ/ບົດ​ອື່ນ