ອາເມລິກາ-ສ.ເກົາຫຼີຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາໂຄງການລະຫວ່າງສ.ເກົາຫີ - ສປປ.ເກົາຫຼີ

(VOVWORLD) -ໃນວັນທີ 16 ມັງກອນ, ສ.ເກົາຫຼີ ແລະ ອາເມລິກາ ໄດ້ເຫັນດີສົມທົບກັນໃນບັນດາໂຄງການລະຫວ່າງສ.ເກົາຫຼີ - ສປປ.ເກົາຫຼີ, ໃນສະພາບທີ່ບັນດາການເຈລະຈານິວເຄຼຍລະຫວ່າງວໍຊິງຕັນ ແລະ ພຽງຢາງ ຖືກຢຸດສະງັກ.

ອາເມລິກາ-ສ.ເກົາຫຼີຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາໂຄງການລະຫວ່າງສ.ເກົາຫີ - ສປປ.ເກົາຫຼີ  - ảnh 1 ທ່ານ Lee Do hoon, ຫົວໜ້າຄະນະເຈລະຈາສ.ເກົາຫຼີ ແລະ ທ່ານກັບຄູ່ຕຳແໜ່ງອາເມລິກາ Stephen Biegun 

(ພາບ: Yonhap/TTXVN)

ທ່ານ Lee Do hoon, ຫົວໜ້າຄະນະເຈລະຈາສ.ເກົາຫຼີ ໃຫ້ຮູ້ວ່າ, ຄວາມເຫັນດີເປັນເອກະພາບດັ່ງກ່າວບັນລຸໄດ້ໃນການເຈລະຈາລະຫວ່າງທ່ານກັບຄູ່ຕຳແໜ່ງອາເມລິກາ Stephen Biegun ຢູ່ວໍຊິງຕັນ ໃນວັນດຽວກັນ. 2 ຝ່າຍໄດ້ພົບປະກັນພາຍຫຼັງທີ່ໃນຕົ້ນອາທິດນີ້, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ສະແດງຄວາມປາດຖະໜາຢາກປະຕິບັດບັນດາໂຄງການລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ, ຖືນີ້ແມ່ນວິທີສ້າງເງື່ອນໄຂໃຫ້ແກ່ບັນດາການເຈລະຈາປອດນິວເຄຼຍລະຫວ່າງສປປ.ເກົາຫຼີ ແລະ ອາເມລິກາ.

          ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກສຳນັກງານກະຊວງການຕ່າງປະເທດອາເມລິກາ, ທ່ານ Lee ໃຫ້ຮູ້ວ່າ: “ທ່ານ Biegun ແລະ ຂ້າພະເຈົ້າໄດ້ເຫັນດີນຳກັນວ່າ ນັບແຕ່ນີ້ເປັນຕົ້ນໄປ ອາເມລິກາ ແລະ ສ.ເກົາຫຼີ ຈະສືບຕໍ່ຈັດຕັ້ງບັນດາການທາບທາມຄວາມເຫັນກ່ຽວກັບບັນດາໂຄງການຮ່ວມມືລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ”.

ຕອບກັບ

ຂ່າວ/ບົດ​ອື່ນ